ປະກາດຫາຍາດພີ່ນ້ອງ ທ້າວ ໂດ້ ອິນທະຈັກ! ຜູ່ກ່ຽວນອນຢູ່ສາລາໜ້າເຊເວັນ ໜອງຄາຍ ໄດ້ 2​ ອາທິດກວ່າແລ້ວ! ລົມບໍ່ຮູ້ເລື່ອງ


ສະບາຍດີພໍ່ແມ່ພີ່ນ້ອງ

ຂ້າພະເຈົ້າຂ້າມມາວຽກທີ່ໜອງຄາຍ ແລະ ພົບເຫັນ ທ້າວ ໂດ້ ອິນທະຈັກ ວັນທີ 6 ມິຖຸນາ 2019

ຖ້າຜູ້ໃດຫາກຮູ້ຈັກຄົນຜູ້ນີ້ແມ່ນໃຫ້ມາພົວພັນເອົາລາວກັບປະເທດລາວ ແລະບ້ານເກີດເມືອງນອນຂອງລາວແດ່ ອີ່ຕົນຊາດລາວ ເພາະຜູ້ກຽ່ວແມ່ນຄົນສະຫວັນນະເຂດ ບ້ານໂພນນົກຂຽນ ເມືອງອາດສະພັງທອງ (ຕາມຂໍ້ມູນເອກະສານເດີນທາງ) . ຕອນນີ້ລາວບໍ່ຮູ້ເລືອງ ແລະ ນອນຢູ່ສາລາໝ້າເຊເວັ້ນ ໜ້າດ່ານໝອງຄາຍ, ປະເທດໄທ. ມີຄົນບອກວ່າລາວມານອນຢູ່ນີ້ໄດ້ປະມານ 2-3 ອາທິດແລ້ວ.

ຂ້ອຍພະຍາຍາມລົມ ແລະ ຈະຊ່ວຍລາວກັບ ແຕ່ລົມກັນບໍ່ຮູ້ເລື່ອງ, ຈິ່ງຢາກປະກາດໃຫ້ຍາດພີ່ນ້ອງຂອງລາວໃຫ້ມາເອົາລາວແດ່.











--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes