Home ອາວະກາດ ມັງກອນ ປະສົບຄວາມສໍາເລັດ ປ່ອຍຈະຫຼວດສົ່ງດາວທຽມ ຂຶ້ນອາວະກາດ ທາງທະເລ!
ມັງກອນ ປະສົບຄວາມສໍາເລັດ ປ່ອຍຈະຫຼວດສົ່ງດາວທຽມ ຂຶ້ນອາວະກາດ ທາງທະເລ!
June 06, 2019 0
ຂ່າວຕ່າງປະເທດ: ການເປັນອີກຄວາມສໍາເລັດ ແລະ ເປັນຊາດທໍາອິດຂອງໂລກ ທີ່ປະສົບຜົນສໍາເລັດ ໃນການປ່ອຍຈະຫຼວດ ອາວະກາດທາງທະເລ ສໍາລັບ ປະເທດຈີນ. ຈາກການລາຍງານຂອງສໍານັກງານຂ່າວຕ່າງປະເທດ ກັບການປ່ອຍຈະຫຼວດຂຶ້ນສູ່ວົງໂຄຈອນ ໃນວັນທີ 5 ມິຖຸນາ 2019 ຜ່ານມາ ດ້ວຍຜົນສໍາເລັດ.
ການປ່ອຍຈະຫຼວດອະວະກາດຄັ້ງນີ້ ແມ່ນຢູ່ທີ່ ໃກ້ຝັ່ງທະເລເຫຼືອງ ຂອງແຂວງ ຊານດົງ, ສປຈີນ. ຖືເປັນຄັ້ງແລກ ແລະ ຄວາມສໍາເລັດ ອີກຂັ້ນດ້ານອາວະກາດຈີນ. ເພາະການນໍາໃຊ້ການປ່ອຍຈະຫຼວດ ທາງທະເລ ແມ່ນຈະມີຜົນດີຫຼາຍດ້ານ ເຊັ່ນ, ສາມາດປ່ອຍ ຢູ່ໃກ້ເສັ້ນສູນສູດ ແລະ ເຮັດໃຫ້ການຂຶ້ນສູ່ງວົງໂຄຈອນໄດ້ໄວ.
ຈະຫຼວດທີ່ປ່ອຍຂຶ້ນໄປໃນປະຕິບັດການຄັ້ງນີ້ ມີດາວທຽວຢູ່ 7 ດວງ. ແນ່ນອນຄວາມສໍາເລັດນີ້ ຈີນໄດ້ຕັ້ງເປົ້າໝາຍ ເປັນຜູ່ນໍາດ້ານອາວະກາດ ໃນປີ 2030.
ກົດຊົມຄລິບ
--------------------------------
Subscribe to:
Post Comments
(
Atom
)





Post a Comment