Home ອຸບັດຕິເຫດ ລົດຕໍາກັນ 3 ຄັນ ເຈັບສົມຄວນ 1 ຄົນ ເຂດທາດຫຼວງ
ລົດຕໍາກັນ 3 ຄັນ ເຈັບສົມຄວນ 1 ຄົນ ເຂດທາດຫຼວງ
June 06, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ວັນ ເວລາ 07:05 ວັນທີ 6 ມິຖຸນາ 2019 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວໄດ້ຮັບແຈ້ງເຫດວ່າມີລົດຕໍາກັນ 3 ຄັນຊ້ອນ. ຢູ່ໜ້າຮ້ານ ມິນິບິກຊີ ທາດຫລວງ.
ໜ່ວຍກູ້ໄພໄປຮອດຈຸດເກີດເຫດພົບເຫັນວ່າ ມີລົດເກງນ້ອຍຕໍາກັບລົດຈັກແລະລົດຈີບອີກຄັນ ທີ່ຈອດຢູ່ເທີງທາງຍ່າງ. ລົດຈັກແມ່ນຟົ້ງໄປປະມານ 8 ແມັດ, ມີຄົນເຈັບ 1 ຄົນ ເປັນເພດຊາຍ ອາຍຸ 69 ປີ ບ້ານ ທາດຫລວງ ກາງ ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ.
ອາການເບື້ອງຕົ້ນ ແມ່ນຂາເບື້ອງຂວາຫັກ, ມີບາດເປີດຕາມໃບໜ້າເລັກຫນ້ອຍ ແລະ ຫົວແຕກ
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນຕົ້ນໃຫ້ຄົນເຈັບແລ້ວນໍາສົ່ງໄປທີ່ໂຮງໝໍມິດຕະພາບ (150ຕຽງ)
--------------------------------
Subscribe to:
Post Comments
(
Atom
)





Post a Comment