Home ອຸບັດຕິເຫດ ອຸທາຫອນ! ຕໍ່ໄຟຟ້າ 220 ໂວນໄປຊັອດປາ ກາງເດິກ ສຸດທ້າຍໄຟຊັອດ ເສຍຊີວິດ ທັງ 2 ຄົນ ທີ່ບ້ານດອນຕິ້ວ
ອຸທາຫອນ! ຕໍ່ໄຟຟ້າ 220 ໂວນໄປຊັອດປາ ກາງເດິກ ສຸດທ້າຍໄຟຊັອດ ເສຍຊີວິດ ທັງ 2 ຄົນ ທີ່ບ້ານດອນຕິ້ວ
June 06, 2019 0
ນະຄອນຫຼວງວຽງຈັນ: ເປັນອຸທາຫອນ ກັບເຫດການ ອຸບັດຕິເຫດ ຈາກການໃຊ້ໄຟຟ້າ ບໍ່ຖືກຕ້ອງ ໂດຍສະເພາະ ການຕໍ່ໄຟຟ້າ ເພື່ອຊັອດ ເອົາປາ. ດັ່ງການລາຍງານ ຈາກໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງສປປລາວ 1623 ໃຫ້ຮູ້ວ່າ ໃນວັນທີ່ 6 ມິຖຸນາ 2019 ເວລາ 1:40 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດໄຟຟ້າຊ໋ອດຄົນເສຍຊີວີດ ຈຸດເກີດເຫດ ບ້ານ ດອນຕີ້ວ ເມືອງ ໄຊທານີ, ນະຄອນຫລວງວຽງຈັນ
ພໍຫນ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ການຕໍ່ໄຟຈາກເຮືອນ ດ້ວຍສາຍໄຟຟ້າໄປຫາໜອງບຶງໃກ້ເຮືອນ, ແລະ ມີຄົນ ເສຍຊີວີດ 2 ຄົນ ເພດຊາຍ ທັງ 2. ຜູ້ເສຍຊີວີດ ຜູ້ທີ 1 ເພດຊາຍ ອາຍຸ 41 ປີ ປະຈຸບັນຢູ່ ບ້ານ ດອນຕີ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ຜູ້ເສຍຊີວີດ ຜູ້ທີ 2 ເພດຊາຍ ອາຍຸ 35 ປີ ປະຈຸບັນຢູ່ ບ້ານ ດອນຕີ້ວເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ທັງສອງແມ່ນຖືກຊັອດໂດຍໄຟຟ້າ 220 ໂວນ, ທີ່ຕໍ່ມາຈາກເຮືອນ ເພື່ອຈະໄປຊັອດປາ.
ດັ່ງນັ້ນໜ່ວຍກູ້ໄພມຸນນີທີຈື່ງໄດ້ນຳສົ່ງຜູ້ເສຍຊີວີດທັ້ງ 2 ຄົນ ໄປທີວັດ ບ້ານດ່ານຊ້າງ ເພື່ອເຮັດພິທິທາງສາດສະໜາ
ທາງໜ່ວຍກູ້ໄພມູນນີທີຕ້ອງຂໍສະແດງຄວາມເສຍໃຈນຳພີ່ນ້ອງຜູ້ເສຍຊີວີດດ້ວຍ.
ເຕືອນໄພທຸກຄົນ ບໍ່ຄວນເດັດຂາດ ທີ່ຈະຕໍ່ໄຟຟ້າ ໄປຊັອດເອົາປາແບບນີ້ ເພາະເກີດອຸບັດຕິເຫດ ແລະ ມີຄົນເສຍຊີວິດ ມາຫຼາຍກໍລະນີແລ້ວ.
--------------------------------
Subscribe to:
Post Comments
(
Atom
)











Post a Comment