ແຂວງໄຊສົມບູນໄດ້ຈັດພິທີ ປະກາດການແຕ່ງຕັ້ງ ປະທານຄະນະກຳມະການ ປກຊ-ປກສ



ໄຊສົມບູນ: ໃນຕອນເຊົ້າຂອງ ວັນທີ 4 ມີຖຸນາ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ວິໄລ ຫຼ້າຄຳຟອງ ຄະນະເລຂາສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ເຂົ້າຮ່ວມມີຄະນະພັກ-ຄະນະນຳກະຊວງ, ຫົວໜ້າ ປກຊ-ປກສ ສູນກາງ, ມີທ່ານເຈົ້າແຂວງ ພ້ອມດ້ວຍການນຳແຂວງ ແລະ ກອງບັນຊາການທະຫານ-ຕຳຫຼວດເຂົ້າຮ່ວມໃນຄັ້ງນີ້.

ໃນພິທີ ທ່ານ ພົຕ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການ ປກຊ-ປກສ ສູນກາງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 68/ຄລສພ, ລົງວັນທີ 08 ເມສາ 2019 ວ່າດ້ວຍການແຕ່ຕັ້ງ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງໄຊສົມບູນ. ທັງນີ້ກໍເພື່ຶອເປັນການປະຕິບັດຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໃຫ້ມີບາດກ້າວຂະຫຍາຍຕົວ, ສັງຄົມມີຄວາມສະຫງົບສຸກປອດໄພ ແລະ ເປັນການຄຸ້ມຄອງພະນັກງານ-ລັດຖະກອນໃນທົ່ວແຂວງໃຫ້ເປັນລະບົບ. ໃນໂອກາດດຽວກັນນີ້ ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ໂອ້ລົົມຕໍ່ກັບ ປະທານຄະນະກຳມະການ ປກຊ-ປກສ ຜູ້ໃໝ່ ຈົ່ງສືບຕໍ່ປະຕິບັດຕາມ 04 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນຄວາມສະຫງົບໄດ້ວາງອອກ, ສືບຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງຄວາມໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ນັບມື້ນັບຫຼາຍຂຶ້ນ, ເອົາໃຈໃສ່ປັບປຸງກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ ພ້ອມທັງຍົກສູງສະດັບຄວາມຮູ້, ຄວາມສາມາດທາງດ້ານຍຸດທະວິທີ ເຮັດໃຫ້ແຂວງໄຊສົມບູນມີຄວາມສະຫງົບໂດຍພື້ນຖານ.



ໃນມື້ດຽວກັນນີ້ ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ເຂົ້າພົບປະໂອ້ລົມຕໍ່ນາຍ ແລະ ພົນຕຳຫຼວດທົ່ວກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ, ຮອງຫ້ອງ, ກອງພັນປ້ອງກັນເຄື່ອງທີ່, ຄ້າຍຄມຂັງ-ດັດສ້າງ, ປກສ 05 ເມືອງ ຕະລອດຮອດພະນັກງານ-ນັກຮົບທົ່ວກອງບັນຊາການເຂົ້າຮ່ວມຮັບຟັງ. ການໂອ້ລົມຂອງ ທ່ານ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ໄດ້ຍົກໃຫ້ເຫັນບັນຫາສຳຄັນຫຼາຍດ້ານ ກ່ຽວກັບສະພາບການຕ່າງໆຂອງໂລກ, ຂົງເຂດ ແລະ ພາກພື້ນ ໂດຍສະເພາະແມ່ນວຽກງານປັບປຸງກໍ່ສ້າງກຳລັງປະກອບອາວຸດ, ການພັດທະນາເສດຖະກິດ, ການຜັນແປທາງດ້ານການເມືອງ ແລະ ວຽກງານວັດທະນະທຳ-ສັງຄົມ ທີມີຜົນກະຕໍ່ກັບການພັດທະນາເສດຖະກິດສັງຄົມຂອງຊາດ. ດັ່ງນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ ພ້ອມກັນສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີຈັນຍາບັນ-ຈັນຍາທຳ, ສາມາດຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີສະຕິສູງຕໍ່ການປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີສະຕິຕອບຕ້ານ ແລະ ສະກັດກັ້ນທຸກປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເວົ້າລວມເວົ້າສະເພາະແມ່ນຢູ່ໃນຖັນແຖວ ກຳລັງປ້ອງກັນຄວາມສະຫງົບແຂວງຂອງພວກເຮົາໃຫ້ໝົດໄປ.

ລາຍງານໂດຍ: ປກສ ແຂວງໄຊສົມບູນ


--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes