ຫຼວງພະບາງ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດຢ່າງເປັນຂະບວນຟົດຟື້ນ



ຫຼວງພະບາງ: ເມື່ອວັນທີ 30ພຶດສະພາ 2019 ຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ບົວແຫວນ ບຸງທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງພະບາງ, ມີ ຄະນະນຳຂອງແຂວງ,ເມືອງ,ພະນັກງານ ຄູອາຈານ,ຫຼານນ້ອຍນັກຮຽນ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງເດັກ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຫຼວງຫຼາຍ.



ໂອກາດນີ້ ທ່ານ ວົງສະຫວັນ ເທບພະຈັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ກ່າວເຖິງປະຫວັດຄວາມເປັນມາຂອງວັນດັ່ງກ່າວວ່າ: ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ຄຽງຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນທີ 12 ມິຖຸນາທີ່ໃກ້ຈະມາເຖິງນີ້ກໍ່ເປັນວັນສາກົນ ຢຸດຕິການໃຊ້ແຮງງານເດັກ ເຊີ່ງເປັນວັນຄຽດແຄ້ນຂອງເດັກນ້ອຍໃນທົ່ວໂລກເປັນຕົ້ນແມ່ນລູກຫຼານຂອງຊາວຜູ້ອອກແຮງງານໃນລະບອບຈັກກະພັດ ແລະ ລະບອບສັກດີນາ ໃນລະບອບດັ່ງກ່າວນີ້ເດັກນ້ອຍມີຊີວິດຢູ່ຢ່າງຂາດເຂີນ ແລະ ຖືກຂ້າຕາຍຢ່າງໂຫດຮ້າຍປ່າເຖື່ອນ, ສຸຂະພາບອ່ອນແອ, ບໍ່ໄດ້ຮັບການເບີ່ງແຍງດູແລ,ບໍ່ໄດ້ເຂົ້າຮໍ່າຮຽນ,ບໍ່ໄດ້ຮັບການສຶກສາອົບຮົມເທົ່າທີ່ຄວນ ເຮັດໃຫ້ກາຍເປັນເດັກທີ່ບໍ່ມີຄວາມສະຫຼາດດຂາດສະຕິປັນຍາຍ້ອນຂາດການສຶກສາຮໍ່າຮຽນ,


ພາຍຫຼັງສົງຄາມໂລກຄັ້ງທີ 2 ໄດ້ສີ້ນສຸດລົງກໍ່ໄດ້ມີການຕໍ່ສູ້ຂອງເພດຍິງຢູ່ຫຼາຍໆປະເທດຈົນສາມາດຍາດໄດ້ສັນຕິພາບ,ຄວາມສະເໝີພາບ,ສິດ ແລະ ຜົນປະໂຫຍດມາສູ່ເດັກນ້ອຍ, ດັ່ງນັ້ນ ໃນປີ 1952 ອົງການສະຫະປະຊາຊາດຈື່ງໄດ້ຕົກລົງເອົາວັນທີ 1 ມິຖຸນາຂອງທຸກໆປີ ເປັນວັນເດັກນ້ອຍສາກົນ ເພື່ອເດັກນ້ອຍໃນທົ່ວໂລກ ແລະ ໃນປີ 1989 ອົງການສະຫະປະຊາຊາດກໍ່ໄດ້ເປີດລົງນາມການໃຫ້ສັນຕິບານໃນສົນທິສັນຍາວ່າດ້ວຍສິດທິເດັກ ເຊິ່ງໃນນີ້ ສປປ ລາວກໍ່ໄດ້ໃຫ້ສັນຕະຍາບັນ ແລະ ເຂົ້າຮ່ວມເປັນພາຄີວ່າດ້ວຍສິດທິເດັກໃນວັນທີ 7 ມິຖຸນາ 1991 ເຊີ່ງສະແດງໃຫ້ເຫັນວ່າເດັກນ້ອຍລາວ ແມ່ນຈະໄດ້ຮັບສິດ ແລະ ຜົນປະໂຫຍດທີ່ຄວນຈະໄດ້ຮັບຈາກຜູ້ໃຫຍ່ ແລະ ເດັກນ້ອຍກໍ່ຕ້ອງມີຄວາມຮັບຜິດຊອບຕໍ່ສິດ ແລະ ຜົນປະໂຫຍດຂອງຕົນເອງ



ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ການເບິ່ງແຍງສຶກສາເດັກ ແລະ ການອານຸລັກຮັກສາ ຟື້ນຟູປ່າໄມ້ກໍ່ຄືປູກຕົ້ນໄມ້ໃຫ້ກາຍເປັນປ່າ ແມ່ນແນວທາງອັນຖືກຕ້ອງສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານເຮົາ ທັງເປັນການສະແດງເຖິງຄວາມຮັບຜິດຊອບ ແລະ ການເປັນຫວ່ງເປັນໄຍຕໍ່ອານາຄົດຂອງລູກຫຼານກໍ່ຄືອານາຄົດຂອງປະເທດຊາດ ຈາກສະພາບຈຸດພິເສດຂອງປະເທດເຮົາເວົ້າລວມເວົ້າສະເພາະແຂວງຫຼວງພະບາງກໍ່ເປັນແຂວງໜື່ງທີ່ປະຊາຊົນບັນດາເຜົ່າໄດ້ດຳລົງຊີວິດຕິດພັນກັບປ່າໄມ້ ແລະ ໄດ້ຮັບຜົນປະໂຫຍດຈາກປ່າໄມ້ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ທັງມີຜົນກະທົບໂດຍກົງຕໍ່ຊີວິດຂອງໝົດທຸກຄົນ ເປັນຕົ້ນປ່າໄມ້ຮັກສາຄວາມດຸ່ນດ່ຽງຂອງອາກາດ,ປົກປັກຮັກສາແຫຼ່ງນ້ຳ,ຮັກສາເນື້ອທີ່ດິນ,ແຫຼ່ງສະໜອງອາຫານ,ຢາປົວພະຍາດ,ເຄື່ອງໃຊ້ສອຍຕ່າງໆ ລວມທັງເປັຍບ່ອນອາໄສຂອງສັດປ່ານາໆຊະນິດ.



ສຳລັບກິດຈະກຳໃນການສະເຫຼີມສະຫຼອງຄັ້ງນີ້ມີ ການຖາມ-ຕອບວິທະຍາສາດ,ຫຼີ້ນເກມຕ່າງໆຈາກນັ້ນຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ແລະ ຮ້ອງເພງຂອງຫຼານນ້ອຍຈາກໂຮງຮຽນອະນຸບານພາຍໃນເທດສະບານນະຄອນຫຼວງພະບາງ ພ້ອມດຽວກັນນີ້ ຄະນະປະທານໄດ້ມອບຂອງຂັວນລາງວັນ ແລະ ແຈກນົມ,ເຂົ້າໃຫ້ແກ່ຫຼານນ້ອຍຕື່ມອີກ.



ໂດຍ: ແຈັັກກີ້ ສກຂ ຫຼວງພະບາງ.









--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes