ລົດເສຍຫຼັກ ປີ້ນເອງລົງຂ້າງທາງ ເຈັບ 3 ຄົນ ທາງບ້ານລິ່ງຊັນ ເມືອງທຸລະຄົມ 3/6/19



ແຂວງວຽງຈັນ: ລາຍງານຈາກອົງການກາແດງລາວແຂວງວຽງຈັນ ໃຫ້ຮູ້ວ່າໃນ ວັນທີ  3 ມິຖຸນາ 2019 ເວລາປະມານ 15:14 ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຈາກປະຊາຊົນ ຜ່ານເບີ 023 1625 ວ່າມີເຫດລົດໃຫຍ່ເສຍຫຼັກປິ້ນເອງ ຢູ່ບ້ານລິ່ງຊັນ ເມືອງ ທຸລະຄົມ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນໄປຮອດສະຖານທີ່ເກີດເຫດໄດ້ອອກກວດສອບເຫດພົບເຫັນ ມີລົດປີ້ນຫງ່ຽງຂ້າງ ຕົກລົງຂ້າງທາງ 1 ຄັນ ແລະ ມີຜູ້ບາດເຈັບຈຳນວນ 3 ຄົນ,​ເປັນເພດຍິງ 2 ຄົນ


ອາການບາດເຈັບເບື້ອງຕົ້ນ:

-​ ຜູ້ທີ1:ມີບາດແຜຈີກຢູ່ທີ່ແຂນເບື້ອງຊ້າຍ
-​ ຜູ້ທີ2: ມີບາດແຜແຕກທີ່ຫົວ ແລະ ມີບາດແຜເຫຼີ້ນຖະຫຼອກທີ່ແອວ
-​ ຜູ້ທີ3: ຂາແລະແຂນເບື້ອງຊ້າຍຫັກປິດ

ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ຈື່ງໄດ້ ໃຫ້ການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໜໍ ແຂວງວຽງຈັນ.







--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes