ສະຫຼົດໃຈ! ລົດປີ້ນຕົກເຫວຈົນມຸ່ນ, ເຈັບໜັກ 1, ເສຍຊີວິດຄາທີ 1 ທາງ ບ້ານນໍ້າຕວດ ເມືອງປາກຊ່ອງ 3/6/19


ຈໍາປາສັກ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດສະຫຼົດໃຈ ອຸບັດຕິເຫດ ລົດປີ້ນຕົກເຫວ ທາງມາ ຫລັກ52 ແຖວບ້ານນ້ຳຕວດ ເມືອງປາກຊ່ອງ ແຂວງຈຳປາສັກ ໃນຕອນຄ້າຍແລງ ວັນທີ 3 ມິຖຸນາ 2019.

ຂໍ້ມູນໃຫ້ຮູ້ວ່າ ອຸບັດຕິເຫດ ແມ່ນຮຸນແຮງ ສະພາບລົດແມ່ນມຸ່ນເສຍຫາຍໝົດຄັນ. ມີຄົນເສຍຊີວິດຄາທີ 1 ຄົນ ເປັນເພດຊາຍ ຄົນບາດເຈັບສາເຫດ 1 ຄົນ ເປັນເພດຊາຍ. ເຈົ້າໜ້າທີ່ ແລະ ພົນລະເມືອງດີໄດ້ ນຳສົ່ງໂຮງໝໍແລ້ວ.

ເຕືອນໄພທຸກຄົນຈົ່ງມີສະຕິລະວັງຕົວໃນການຂັບຂີ່.

ລາຍງານໂດຍ: ປະຊາຊົນບ້ານນໍ້າຕວດ











--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes