ບ້ານເດັກ SOS ລາວ ຈັດພິທີສະຫຼອງວັນເດັກນ້ອຍສາກົນ


ນະຄອນຫຼວງວຽງຈັນ: ໂດຍເປັນ ກຽດເຂົ້າຮ່ວມເປັນປະທານພິທີ ຂອງ ທ່ານ ຄຳຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ, ພ້ອມຄະນະກົມສັງຄົມສົງເຄາະ, ມີບັນດາຄະນະອຳນວຍການໂຮງຮຽນ, ຄູອາຈານ ພ້ອມດ້ວຍພໍ່ແມ່ຜູ້ ປົກຄອງເດັກ ແລະ ຫຼານນ້ອຍ ນັກຮຽນເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ຍັງໄດ້ຮັບຟັງທົບທວນປະຫວັດຄວາມ ເປັນມາຂອງວັນເດັກນ້ອຍສາ ກົນ ວັນທີ 1 ມິຖຸນາ ແລະ ປະຫວັດສ້າງຕັ້ງບ້ນເດັກ sos ລາວ ໂດຍຫຍໍ້, ການຈັດງານ ວັນເດັກແນ ໃສ່ ປົກປ້ອງສິດທິເດັກ ແລະ ສັນລະເສີນ ເດັກໃນທົ່ວໂລກ, ຍ້ອນເຫັນໄດ້ ຄວາມສຳຄັນຂອງເດັກທີ່ເປັນໜໍ່ ແໜງແຫ່ງຊີວິດ ໃນມື້ນີ້ເພື່ອກ້າວ ເປັນອະນາຄົດອັນແຈ່ມໃສຂອງ ປະເທດຊາດໃນມື້ໜ້າ, ບັນດາປະ ຊາຊາດໃນທົ່ວໂລກຈຶ່ງມີການຈັດ ຕັ້ງສະເຫຼີມສະຫຼອງວັນເດັກຕາມ ເງື່ອນໄຂຕົວຈິງຂອງປະເທດຕົນ,




ມາຮອດປັດຈຸບັນນີ້ໃນໂລກມີ 3 ວັນເດັກທີ່ໄດ້ຮັບປະກາດຄື: ວັນ ເດັກສາກົນ, ວັນເດັກຈັກກະວານ ແລະ ວັນເດັກແຫ່ງຊາດ, ວັນເດັກສາກົນວັນທີ 1 ມິຖຸນາ ຍັງແມ່ນວັນທີ່ພວກເຮົາຕ້ອງຄຳນຶງ ເຖິງກຸ່ມເດັກນ້ອຍທີ່ດ້ອຍໂອກາດ ເຊັ່ນ: ເດັກພິການ, ເດັກກຳພ້າ ເດັກກຳພອຍ, ເດັກທີ່ຖືກປະຖີ້ມ, ເດັກຂ້າງຖະໜົນ, ເດັກທີ່ຢູ່ໃນກຸ່ມ ສ່ຽງ, ເດັກຢູ່ເຂດທຸກຍາກ ແລະ ຫ່າງໄກສອກຫຼີກ ເພື່ອຮັບປະກັນ ໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດ ແລະ ມີສ່ວນຮ່ວມຢ່າງເຕັມສ່ວນ ໃນທຸກການເຄື່ອນໄຫວປົກກະ ຕິຂອງເດັກໃນຂອບເຂດທົ່ວປະ ເທດ ເພື່ອຮັບປະກັນໃນການພັດ ທະນາ ແລະ ການເຕີບໃຫຍ່ຢ່າງ ແຂງແຮງຂອງເສດຖະກິດຊາດ ໄດ້ໄປທົ່ວເຖິງເດັກທຸກຄົນໃນສັງ ຄົມ, ແລະ ການກຳນົດເອົາ ວັນ ທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ ແຫ່ງຊາດແມ່ນ ເພື່ອສ້າງອະນາ ຄົດອັນສົດໃສຮັ່ງມີໃຫ້ແກ່ລູກ ຫຼານຜູ້ເກີດໃໝ່ໃຫຍ່ລຸນ ທັງເປັນ ການປຸກລະດົມ ແລະ ເສີມຂະ ຫຍາຍວຽກງານບູລະນະ ແລະ ປົກປັກຮັກສາປ່າໄມ້ນັບມື້ນັບດີ ຂຶ້ນຕະຫຼອດໄປ, ຈາກນັ້ນໃນພິທີ ດັ່ງກ່າວກໍໄດ້ຈັດກິດຈະກຳສະແດງບົດຟ້ອນ ຂອງຫຼານ ນ້ອຍນັກຮຽນ ແລະ ມອບຂອງຂວັນນຳອີກ.




ທ່ານ ຄຳຂານ ພິນສະຫວັນ, ກໍໄດ້ໃຫ້ກຽດໂອ້ ລົມຕໍ່ພິທີດັ່ງກ່າວ ແລະ ຮຽກຮ້ອງ ມາຍັງຄະນະພັກ-ຄະນະນຳທຸກຂັ້ນ, ອົງການຈັດຕັ້ງທຸກພາກສ່ວນໃນ ສັງຄົມ, ໂດຍສະເພາະພໍ່ແມ່ຜູ້ປົກ ຄອງຂອງເດັກ ຈົ່ງເອົາໃຈໃສ່ດູ ແລເບິ່ງແຍງລູກເຕົ້າໃຫ້ໄດ້ຮັບ ການສຶກສາຮໍ່າຮຽນ ແລະ ເປັນ ຄົນຮູ້ຜູ້ດີໃນສັງຄົມ, ປະຕິບັດຕາມ ນະໂຍບາຍຂອງ ສປປ ລາວ ເພື່ອໃຫ້ເດັກໄດ້ຮັບສິດ ແລະ ໂອກາດ ທີ່ເທົ່າທຽມກັນ, ພ້ອມກັນເອົາໃຈໃສ່ສຶກສາອົບຮົມບົ່ມສອນ ລ້ຽງດູໃຫ້ເດັກໄດ້ຮັບການພັດທະນາທາງດ້ານຮ່າງກາຍ ແລະ ມັນສະໝອງການສຶກສາຮໍ່າຮຽນທີ່ດີ, ປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກທີ່ເປັນລູກຫຼານຂອງ ພວກເຮົາໃຫ້ມີໄວເດັກທີ່ສົດໃສ, ຫ່າງໄກຈາກສິ່ງເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມເປັນຢ່າງດີ, ໃນພິທີຍັງໄດ້ມອບຂອງຂວັນໃຫ້ຫຼານນ້ອຍ ເຮັດໃຫ້ງານເຕັມໄປດ້ວຍ ຮອຍຍີ້ມບັນຍາກາດຢ່າງເບີກ ບານມ່ວນຊື່ນ.



ຂ່າວ ຮສສ: ເພັດສະໄໝ






--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes