Home ປກສ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນປ່ອຍຕົວນັກໂທດທີ່ກັບໃຈເປັນຄົນດີ 49 ຄົນ
ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນປ່ອຍຕົວນັກໂທດທີ່ກັບໃຈເປັນຄົນດີ 49 ຄົນ
June 05, 2019 0
ນະຄອນຫຼວງວຽງຈັນ: ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນປ່ອຍຕົວນັກໂທດທີ່ປະພຶດດີ ກ່ອນກຳນົດ ຈຳນວນ 49 ຄົນ, ຍິງ 12 ຄົນ ໃນວັນທີ 31 ພຶດສະພາ 2019, ທີ່ສະໂມສອນຄ້າຍຄຸມຂັງ-ດັດສ້າງ ປກສ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່-ແມ່, ຜູ່ປົກຄອງຂອງນັກໂທດທີ່ໄດ້ຮັບການປ່ອຍຕົວເຂົ້າຮ່ວມ.
ການປ່ອຍຕົວນັກໂທດກ່ອນກໍານົດຄັ້ງນີ້ ໂດຍອີງຕາມຄຳຖະແຫຼງ ສະບັບເລກທີ 04/ອຍກ.ນວ, ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍການປ່ອຍຕົວນັກໂທດກ່ອນກໍານົດ ໂດຍມີເງື່ອນໄຂ ຈໍານວນ 49 ຄົນ, ຍິງ 12 ຄົນ; ໃນນີ້, ມີຄະດີຢາເສບຕິດ 45 ຄົນ, ຍິງ 11 ຄົນ; ຄະດີທົ່ວໄປ 4 ຄົນ, ຍິງ 1 ຄົນ; ເຊິ່ງເຫັນວ່າຈໍານວນ 49 ຄົນ ເປັນນັກໂທດທີ່ມີຄວາມກ້າວໜ້າໃນການອອກແຮງງານ, ມີຄວາມຫ້າວຫັນໃນການຝຶກຝົນຫຼ່ໍຫຼອມຕົນເອງ, ມີການແປງປ່ຽນທາງດ້ານທັດສະນະແນວຄິດ ແລະ ຮູ້ສຶກກິນແໜງແຄງໃຈ ຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຕົນ ໃນໄລຍະຜ່ານມາ, ພ້ອມທັງຍອມຮັບເອົາຄຳຕັດສິນຂອງສານທຸກຢ່າງ, ເພື່ອປ່ຽນແປງຕົນເອງເປັນແບບຢ່າງທີ່ດີ ໃຫ້ແກ່ນັກໂທດດ້ວຍກັນ ແລະ ມີຄວາມເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບຕ່າງໆ ຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ ຕາມໃບຢັ້ງຢືນຜົນງານ ສະບັບເລກທີ 641 ຫາ 752/ຄຄສ, ລົງວັນທີ 8 ກຸມພາ 2019, ລົງວັນທີ 28 ກຸມພາ 2019 ແລະ ວັນທີ 12 ມີນາ 2019 .
ຕາງໜ້າໃຫ້ນັກໂທດຄົນໜຶ່ງໄດ້ເວົ້າວ່າ: ໃນໄລຍະຢູ່ຄ້າຍຄຸມຂັງ-ດັດສ້າງ ຕົນໄດ້ຮຽນຮູ້ຫຼາຍໆຢ່າງເປັນຕົ້ນແມ່ນ: ສິ່ງທີ່ກະທໍາຜິດຕໍ່ລະບຽບກົດໝາຍ ເຮັດໃຫ້ຕົນຮູ້ສຶກກິນແໜງແຄງໃຈ ກັບການປະພຶດທີ່ຜ່ານມາ, ຈິ່ງໄດ້ປັບປ່ຽນແນວຄວາມຄິດໃໝ່ ເມື່ອອອກໄປສູ່ສັງຄົມແລ້ວ ຂໍໃຫ້ຄໍາໝັ້ນສັນຍາວ່າ: ຈະບໍ່ໄປພົວພັນກັບສິ່ງທີ່ຜິດຕໍ່ລະບຽບກົດໝາຍອີກ, ຈະຕັ້ງໃຈທໍາມາຫາກິນດ້ວຍຄວາມຊື່ສັດສຸດຈະລິດ ແລະ ຈະເປັນລູກທີ່ດີຂອງພໍ່-ແມ່, ເປັນຄົນດີຂອງສັງຄົມ ແລະ ຝາກເຖິງໄວລຸ້ນທຸກຄົນ ທີ່ກໍາລັງຫຼົງຜິດຢູ່ໃນຕອນນີ້ ໃຫ້ປ່ຽນແປງແນວຄວາມຄິດແຕ່ມື້ນີ້ ເພື່ອຈະບໍ່ໄດ້ເສຍເວລາ, ເສຍອະນາຄົດ, ເສຍໃຈພາຍຫຼັງ ແລະ ຕົກຢູ່ໃນສະຕາກໍາແບບຕົນເອງນີ້.
ຂ່າວ: ປກສ ນະຄອນຫຼວງວຽງຈັນ
--------------------------------
Subscribe to:
Post Comments
(
Atom
)




Post a Comment