ປກສ ບໍ່ແກ້ວ ເຜີຍແຜ ຂໍ້ມູນດ້ານກົດໝາຍ ແກ່ປະຊາຊົນ ໃນ 16 ບ້ານ ເດືອນ ພຶດສະພາ 2019




ບໍ່ແກ້ວ: ວັນທີ 19 ພຶດສະພາ 2019 ຫາ 30 ພຶດສະພາ 2019 ທີມງານໂຄສະນາ ກອງບັນຊາການ ປກສ ແຂວງບໍ່ແກ້ວ ນຳໂດຍ ທ່ານ ພັຕ ສົມທອງ ວິໄລສັກ ຫົວໜ້າພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ລວມມີ: ພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ພະແນກຈະລາຈອນ ປກສ ແຂວງ ບໍ່ແກ້ວ ໄດ້ລົງໂຄສະນາເຜີຍແຜ່ ເອກະສານກົດໝາຍວ່າດ້ວຍການສັນຈອນທາງບົກ-ດຳລັດ 188 ວ່າດ້ວຍລະບຽບການປັບໄໝ, ການສະກັດກັ້ນ ແລະ ຕ້ານອັກຄີໄພ, ກົດໝາຍວ່າດ້ວຍຢາເສບຕິດ ມາດຕາ 146 ລະບຽບການວາງໂທດກ່ຽວກັັບບຸກຄົນທີ່ພົວພັນກັບຢາເສບຕິດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໃຫ້ແກ່ພໍ່ແມ່ປະຊາຊົນ, ນ້ອງນັກຮຽນບ້ານເປົ້າໝາຍຄື:




ບ້ານນໍ້າທຸງ, ບ້ານນາຫຼວງ, ບ້ານນໍ້າຈ້ວມ, ບ້ານໂພນໄພ, ບ້ານພິມົນສິນ, ບ້ານນໍ້າເດື່ອ, ບ້ານນໍ້າມ້າ, ບ້ານບໍ່ເຫຼັກ, ບ້ານນໍ້າຕອຍ, ບ້ານທົ່ງແສງຈັນ, ບ້ານຈອມຈຸກ, ບ້ານປາກຮາວເໜືອ, ບ້ານປ່າອ້າຍ, ບ້ານປາກງາວ, ບ້ານນ້າຍອນໃໝ່ ລວມທັງໝົດ 16 ບ້ານ ບັນດາອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ.

ໂອກາດນີ້ ທ່ານ ນາຍບ້ານ ກໍ່ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຊາວໜຸ່ມ–ເຍົາວະຊົນພາຍໃນໂຮງຮຽນ ແລະ ບ້ານຈົ່ງພ້ອມກັນກໍາແໜ້ນເນື້ອໃນເອກະສານ ແລະ ນໍາໄປເຜີຍແຜ່ ສຶກສາອົບຮົມສະມາຊິກໃນຄອບຄົວໃຫ້ຮັບຮູ້ ແລະ ນໍາໄປຈັດຕັ້ງປະຕິບັດ.



ພາບ-ຂ່າວ: ຮທ ວິທູນ ແກ້ວກັນຍາ









--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes