Home ລັດຖະບານ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ຈະດຳເນີນວຽກງານແຕ່ວັນທີ 5 – 25 ມິຖຸນາ 2019
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ຈະດຳເນີນວຽກງານແຕ່ວັນທີ 5 – 25 ມິຖຸນາ 2019
June 05, 2019 0
ນະຄອນຫຼວງວຽງຈັນ: ໃນຕອນເຊົ້າວັນທີ 5 ມິຖຸນາ 2019, ທີ່ຫໍປະຊຸມສະພາແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ເປີດຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ້ຕູ້, ປະທານສະພາແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ແລະ ໂດຍມີອະດີດການນໍາພັກ-ລັດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ, ທ່ານນາງ ປານີ ຢ່າທໍ້ຕູ້, ປະທານສະພາແຫ່ງຊາດ ໄດ້ຊີ້ໃຫ້ເຫັນວ່າ: ກອງປະຊຸມໃນຄັ້ງນີ້ໄດ້ ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ, ໂດຍສະເພາະ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2019; ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ-ຈີນ ປີ 2019,
ນອກນີ້, ກອງປະຊຸມຍັງຈະໄດ້ ຮັບຟັງບົດລາຍງານຂອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະການສ້າງຊັບພະຍາກອນມະນຸດໃຫ້ໄປຕາມຂະ ແໜງການບຸລິມະສິດ, ເປັນຕົ້ນແມ່ນວິຊາການສະເພາະດ້ານ, ໃນສາຂາວິຊາກະສິກໍາ, ຄູ ແລະ ພະຍາບານ ເພື່ອໃຫ້ສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ລວມເຖິງວຽກງານສຳຄັນອີກຈໍານວນໜື່ງ, ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ080/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ;
ພິຈາລະນາ, ແລະ ຮັບຮອງການຊີ້ແຈງຂອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ, ມາດຕະການແກ້ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ແລະພັດທະນາຊົນນະບົດກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນຕິດພັນກັບການນໍາໃຊ້ງົບປະມານຂອງລັດ ກໍ່ຄື ຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍເຫຼືອຈາກຕ່າງປະເທດ;
ພິຈາລະນາ, ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ; ເລືອກຕັ້ງປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງທ່ານປະທານປະເທດ; ພິຈາລະນາ, ແລະ ຮັບຮອງບົດລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ;
ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດ ໄລຍະ 5 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2019;
ພິຈາລະນາ ແລະ ຮັບຮອງການສ້າງແລະປັບປຸງຮ່າງກົດໝາຍຈໍານວນ 10 ສະບັບ ໃນນີ້ຂົງເຂດເສດຖະກິດມີ 6 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍ ອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການຕອບໂຕ້ການທຸ້ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ ແລະ ກົດໝາຍວ່າດ້ວຍປ່າໄມ້; ຂົງເຂດວັດທະນະທໍາ-ສັງຄົມ ມີ 2 ສະບັບ ຄື: ກົດໝາຍວ່າດ້ວຍອາຊີວະສຶກສາ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບົດ; ຂົງເຂດຍຸຕິທໍາ ແລະ ການປົກຄອງມີ 2 ສະບັບຄື: ກົດໝາຍວ່າດ້ວຍຄ່າທໍານຽມສານ ແລະ ກົດໝາຍວ່າດ້ວຍເອກະສານ.
ຂ່າວ; ຈັນທະສອນ ສີຫານາດ
ພາບ: ຈັນທະວອນ ຄຳພິລາວົງ
Lao National Radio
--------------------------------
Subscribe to:
Post Comments
(
Atom
)







Post a Comment