ອ້າງຮູ້ຈັກ ນາຍທະຫານຊັ້ນຜູ່ໃຫຍ່ ຕົ້ມເງິນຄົນຢາກເຂົ້າ ລັດຖະກອນ ໄດ້ເງິນ 129 ລ້ານກວ່າກີບ ຖືກຈັບ ມາເຂົ້າຄຸກ



ປກສ ນະຄອນຫຼວງວຽງຈັນ: ບັນຫາໄພສັງຄົມ ການສໍ້ໂກງຊັບ ແລະ ຕົວະຕົ້ມ ປະຊາຊົນ ໂດຍສະເພາະການອ້າງວ່າ ສາມາດ ແລ່ນເອົາຄົນເຂົ້າເຮັດວຽກ ລັດຖະກອນ ແມ່ນເປັນບັນຫາ ທີ່ຍັງຄົງເກີດຂຶ້ນ ໃນສັງຄົມລາວ. ດັ່ງຄະດີ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບຄໍາຮ້ອງຟ້ອງຂໍຄວາມເປັນທໍາຈາກຜູ້ເສຍຫາຍ ຈໍານວນ 7 ຄົນ ວ່າ: ມີ ທ້າວ ແຫຼ້ ອາຍຸ 52 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ ໄດ້ມາພົວພັນຕົວະຍົວະຮັບແລ່ນເອົາລູກຫຼານເຂົ້າເປັນທະຫານ ແລະ ໄດ້ຈ່າຍ ເງິນລ່ວງໜ້າກ່ອນ ຄົນລະ 4.000.000-15.000.000 ກີບ ແຕ່ທ້າວ ແຫຼ້ ແມ່ນບໍ່ສາມາດເອົາເຂົ້າໄດ້ຕາມທີ່ຕົກລົງກັນໄວ້.


ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຂໍຄວາມເປັນທໍາ ຈໍານວນດັ່ງກ່າວ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະເກັບກໍາຂໍ້ມູນຕົວຈິງ. ຜ່ານການກວດສອບຂໍ້ມູນແລ້ວຮູ້ວ່າ: ມີຄວາມຈິງແທ້; ມາຮອດວັນທີ 2 ພຶດສະພາ 2019 ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ແຫຼ້ ໄປສອບສວນ ໂດຍຜູ້ກ່ຽວສາລະພາບວ່າໄດ້ຮັບເງິນຈາກປະຊາຊົນແທ້. ຈາກນັ້ນ, ມີຜູ້ເສຍຫາຍຮ້ອງຟ້ອງຂໍຄວາມເປັນທໍາເພີ່ມອີກ 8 ຄົນ ລວມທັງ ໝົດເປັນ 15 ຄົນ; ໃນນີ້, ມາຈາກແຂວງວຽງຈັນ 13 ຄົນ ແລະ ແຂວງຫົວພັນ 2 ຄົນ.


ທ້າວ ແຫຼ້ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນໄລຍະປີ 1995 ຜູ້ກ່ຽວໄດ້ຮູ້ຈັກນາຍທະຫານຊັ້ນຜູ້ໃຫຍ່ຢູ່ນະຄອນຫຼວງວຽງຈັນ ມາຮອດປີ 1996 ໄດ້ຮູ້ຈັກພະນັກງານທະຫານຢູ່ເມືອງຫາດຊາຍຟອງ ແລ້ວໄດ້ເອົາ ທ້າວ ແຫຼ້ ມາຊ່ວຍວຽກຢູ່ໃນການຈັດຕັ້ງ ຈົນຮອດປີ 2016 ຜູ້ກ່ຽວຈຶ່ງໄດ້ແລ່ນເອົາຄົນເຂົ້າທະຫານ ໂດຍໃຫ້ພະນັກງານທີ່ຮູ້ຈັກເປັນຄົນເອົາເຂົ້າ. ສ່ວນ ທ້າວ ແຫຼ້ ແມ່ນໄດ້ເງິນເປັນເປີເຊັນ ເຊິ່ງຜ່ານມາ ສາມາດເອົາເຂົ້າໄດ້ 2 ຄົນ. ມາຮອດທ້າຍປີ 2016 ທ້າວ ແຫຼ້ ໄດ້ໄປເຮັດວຽກຢູ່ແຂວງວຽງຈັນ ແລະ ໄດ້ອ້າງວ່າຕົນເອງສາມາດແລ່ນເອົາຄົນເຂົ້າທະຫານໄດ້ເພາະຜ່ານມາເຄີຍເອົາຄົນເຂົ້າ ທະຫານໄດ້ມາແລ້ວຫຼາຍຄົນ, ຖ້າຈະເຂົ້າເປັນທະຫານຕ້ອງໄດ້ຈ່າຍເງິນກ່ອນລ່ວງໜ້າ ເພື່ອເປັນຄ່າແລ່ນເອກະສານໃນລາຄາເລີ່ມຕົ້ນ ຈໍານວນ 4.000.000 ກີບ ຫາ 15.000.000 ກີບ ເຊິ່ງໄດ້ເງິນ 129.000.000 ກວ່າກີບ ພາຍຫຼັງທີ່ຜູ້ກ່ຽວໄດ້ເງິນນໍາຜູ້ເສຍຫາຍແລ້ວ ທ້າວ ແຫຼ້ ເອົາເງິນໄປໃຫ້ນາຍທະຫານທີ່ຮູ້ຈັກຢູ່ນະຄອນຫຼວງວຽງຈັນ ເຊິ່ງເງິນແຕ່ລະຄົນທີ່ເອົາມາແມ່ນໄດ້ຫັກໄວ້ຄົນລະ 2.000.000 ກີບ ແຕ່ບໍ່ສາມາດແລ່ນເອົາຄົນເຂົ້າທະຫານໄດ້ ແລະ ເງິນກໍບໍ່ໄດ້ສົ່ງຄືນ.

ຜູ້ເສຍຫາຍຈໍານວນດັ່ງກ່າວ ຊື່ ນາງ ອ້ອຍ ບ້ານນາຄອກ ເມືອງເຟືອງ ແຂວງວຽງຈັນ ໄດ້ຈ່າຍເງິນໃຫ້ ຈໍານວນ 7.700. 000 ກີບ, ທ້າວ ນິພົນ ບ້ານນາທູນ ເມືອງເຟືອງ 5.000.000 ກີບ, ນາງ ໄລ ບ້ານນາຄູນ ເມືອງເຟືອງ 5.000.000 ກີບ, ທ້າວ ບຸນຍອດ ບ້ານໂພນມ່ວງ ເມືອງຫີນເຫີບ 5.000.000 ກີບ, ທ້າວ ວົງສີ ບ້ານນາປ່າໄຜ່ ເມືອງໝື່ນ 10.000.000 ກີບ ແຕ່ໄດ້ສົ່ງເງິນຄືນໃຫ້ຜູ້ກ່ຽວ ຈໍານວນ 2.500.000 ກີບ ປັດຈຸບັນຍັງເຫຼືອ 7.500.000 ກີບ, ທ້າວ ກຸ້ງ ບ້ານໂພນທອນ ເມືອງເຟືອງ 6.000.000 ກີບ, ນາງ ດອກທອງ ບ້ານໂພນແຍງ ເມືອງເຟືອງ 14. 000.000 ກີບ, ທ້າວ ກຸ່ຍ ບ້ານໂພນທອນ ເມືອງເຟືອງ 15.000.000 ກີບ, ທ້າວ ພາຢາງ ບ້ານຜາໃໝ່ ເມືອງເຟືອງ 7.000.000 ກີບ, ນາງ ລໍາພອນ ບ້ານແກ້ງຊຽງ ເມືອງເຟືອງ 10.000.000 ກີບ. ທ້າວ ຄໍາສິງ ອາຍຸ 22 ປີ ບ້ານໂພນທອນ ເມືອງເຟືອງ, ນາງ ເນດ ບ້ານນາຫຼັງ ເມືອງເຟືອງ ແລະ ນາງ ປູເປ້ ບ້ານຈຸ້ມ ເມືອງທຸລະຄົມ ທັງໝົດແມ່ນຢູ່ແຂວງວຽງຈັນ ເປັນເງິນຈໍານວນໜຶ່ງ. ສ່ວນຢູ່ແຂວງຫົວພັນ ມີ ທ້າວ ຄໍາຜຸຍ 4.000.000 ກີບ ແລະ ທ້າວ ກອງເມັງ 5.000.000 ກີບ ທັງສອງຢູ່ບ້ານດ້ານຮົ່ມ ເມືອງສົບເບົາ.

ທ້າວ ແຫ້ຼ ຍັງຮັບສາລະພາບຕື່ມ ອີກວ່າ: ຫວ່າງບໍ່ດົນມານີ້, ຕົນເອງຍັງໄດ້ໃຊ້ວິທີດຽວກັນອ້າງວ່າສາມາດແລ່ນເຂົ້າທະຫານໄດ້ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ຕົວະເອົາເງິນໄດ້ຈໍານວນໜຶ່ງ ລວມມີທັງໝົດ 2 ຄົນ.

ຜ່ານການເກັບກໍາຂໍ້ມູນ ແລະ ເອົາ ຄໍາໃຫ້ການ ທ້າວ ແຫຼ້ ແມ່ນໄດ້ໄປຕົວະຍົວະເອົາເງິນຂອງປະຊາຊົນແທ້ ແລະ ຜູ້ກ່ຽວ ກໍມີສະຕິສໍາປະຊັນຍະສົມບູນດີຮູ້ຈໍາແນກໄດ້ຜິດ,ຖືກແຕ່ກໍຍັງມີເຈດຕະນາກະທໍາຜິດດ້ວຍການສໍ້ໂກງຊັບຂອງຄົນອື່ນ.


ສະນັ້ນ, ຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ຕ້ອງການເຮັດວຽກ ແລະ ຮຽນຕໍ່ ຫຼື ເຂົ້າເປັນຕໍາຫຼວດ ແລະ ທະຫານ ຈົ່ງມີສະຕິລະມັດລະວັງຕົວຢ່າຫຼົງເຊື່ອຄົນງ່າຍເກີນໄປ ໂດຍສະເພາະຄົນຮູ້ຈັກຮັກແພງກັນ.

ຂ່າວໂດຍ: ນສພ ຄວາມສະຫງົບ






--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes