Home ເມືອງແກ່ນທ້າວ ເຊີນທ່ຽວ ບຸນນະມັດສະການພະທາດທ້າວແກ່ນ-ນາງແພງສີ ປະເພນີບຸນເດືອນ 7 ປີນີ້ ເມືອງແກ່ນທ້າວ
ເຊີນທ່ຽວ ບຸນນະມັດສະການພະທາດທ້າວແກ່ນ-ນາງແພງສີ ປະເພນີບຸນເດືອນ 7 ປີນີ້ ເມືອງແກ່ນທ້າວ
June 05, 2019 0
ໄຊຍະບູລີ: ບຸນນະມັດສະການພະທາດທ້າວແກ່ນ-ນາງແພງສີ ປະເພນີບຸນເດືອນ 7 ປີນີ້ ເມືອງແກ່ນທ້າວ ມີຫຼາຍກິດຈະກຳປະຕິບັດ
ບຸນມະຫາຊາດ ຫຼື ບຸນພະເຫວດ ໃນເດືອນ 7 ເພັງ ໄດ້ກາຍເປັນບຸນປະເພນີຂອງຊາວເມືອງແກ່ນທ້າວ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ຈາກບຸນປະເພນີ ໄດ້ຮັບການຍົກລະດັບໃຫ້ເປັນເທດສະການ ພ້ອມໆກັບການເປີດປີທ່ອງທ່ຽວລາວ ຂອງເມືອງໃນປີ 2018 ຜ່ານມາ ແລະໄດ້ໃສ່ຊື່ວ່າ: ບຸນນະມັດສະການພະທາດທ້າວແກ່ນ-ນາງແພງສີ ປະເພນີບຸນເດືອນ 7.
ສະເພາະບຸນນະມັດສະການພະທາດທ້າວແກ່ນ-ນາງແພງສີ ປະເພນີບຸນເດືອນ 7 (ບຸນພະເຫວດ) ປີນີ້ ເມືອງແກ່ນທ້າວຈະຈັດຂື້ນໃນວັນທີ 15-18 ມິຖຸນາ ປີ 2019 ເຊິ່ງມີຫຼາຍກິດຈະກໍາປະຕິບັດເຊັ່ນ: ມື້ຂຶ້ນ 13 ຄໍ່າ ເດືອນ 7 ເປັນມື້ຫາງຫາກະກຽມ, ຕົບແຕ່ງເຄື່ອງສັກກາລະບູຊາ, ຕົບແຕ່ງປະດັບປະດາວັດວາອາຮາມໃຫ້ມີຄວາມຈົບງາມເປັນລະບຽບຮຽບຮ້ອຍ ແລະ ຄົບງັນພຣະອຸປະຄຸດຕະຫຼອດຄືນ, ມື້ຂຶ້ນ 14 ຄໍ່າ ເດືອນ 7 ອາຣາດທະນາພຣະອຸປະຄຸດ ແລະ ສູດປະລິຕະມຸງຄຸນ ,ມື້ຂຶ້ນ 15 ຄໍ່າເດືອນ 7 ຕອນເຊົ້າມີພິທີຕັກບາດຖວາຍສັງຄະທານແດ່ພຣະສົງສາມະເນນ,ພິທີນະມັດສະການພະທາດທ້າວແກ່ນ-ນາງແພງສີ, ຈູດບັ້ງໄຟຫາງ, ແຫ່ພຣະເຫວດເຂົ້າເມືອງ, ມີການສະແດງໝໍລໍາເລືອງ ແລະ ຈູດບັ້ງໄຟດອກ,ມື້ແຮມ 1 ຄໍ່າ ເດືອນ 7 ເປັນມື້ອ່ານສັງກາດຫຼວງ,ຟັງເທດພະເຫວດ ແລະແຫ່ກັນຫຼອນ.
ລາຍງານໂດຍ: ຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແກ່ນທ້າວ
All in LAOS
--------------------------------
Subscribe to:
Post Comments
(
Atom
)



Post a Comment