Home ອຸບັດຕິເຫດ ສົ່ງສະການແລ້ວ 4 ຄົນຜູ່ເຄາະຮ້າຍເຫດດິນເຈື່ອນທັບເຮືອນ, ສ່ວນລູກຊາຍທີ່ເຈັບໜັກ ຖືກສົ່ງໄປປິ່ນປົວ ທີ່ຫວຽດນາມ
ສົ່ງສະການແລ້ວ 4 ຄົນຜູ່ເຄາະຮ້າຍເຫດດິນເຈື່ອນທັບເຮືອນ, ສ່ວນລູກຊາຍທີ່ເຈັບໜັກ ຖືກສົ່ງໄປປິ່ນປົວ ທີ່ຫວຽດນາມ
June 03, 2019 0
ຜົ້ງສາລີ: ລາຍງານຈາກ ຍາດພີ່ນ້ອງຄອບຄົວຜູ່ເຄາະຮ້າຍ ເຫດ ເດືອນເຈື່ອນທັບ ເສຍຊີວິດ 4 ຄົນ ທັງ ພໍ່ແມ່, ລູກ ຊາຍ 2 ຄົນ. ແລະ ບາດເຈັບສາຫັດ 1 ຄົນ (ລູກຊາຍ). ໃນຕອນເຊົ້າເວລາ ປະມານ 3:00 ວັນທີ 2 ມິຖຸນາ 2019. ທາງຍາດພີ່ນ້ອງ, ອໍານາດການປົກຄອງ ແລະ ປະຊາຊົນ ບ້ານນາກາງ ເມືອງໃໝ່ ແຂວງຜົ້ງສາລີ ໄດ້ພ້ອມກັນ ຊ່ວຍເຫຼືອຄອບຄົວຜູ່ເຄາະຮ້າຍ.
ພິທິຊາປະນະກິດ ໄດ້ຈັດໃນຕອນບ່າຍ ວັນດຽວກັນ ທີ 2 ມິຖຸນາ 2019, ເພື່ອສົ່ງຜູ່ເຄາະຮ້າຍທັງ 4 ໄປສູ່ສຸຂະຕິ. ສ່ວນຄົນເຈັບໜັກ ລູກຊາຍ ແມ່ນຖືກສົ່ງຕົວໄປປິ່ນປົວ ທີ່ປະເທດຫວຽດນາມ. ກໍ່ພາວະນາໃຫ້ຫຼານນ້ອຍ ປອດໄພ.
ທີມງານຈະແຈ້ງຄວາມຄືບໜ້າໃຫ້ຊາບຕື່ມພາຍຫຼັງ.
ສ່ວນການລະດົມປັດໃຈ ຊ່ວຍຄອບຄົວຜູ່ເຄາະຮ້າຍ ແມ່ນຍັງເປີດຮັບ ເພື່ອຈະໃຊ້ເປັນຄ່າປິ່ນປົວຄົນເຈັບ ແລະ ເບິ່ງແຍງເດັກຊາຍ ທີ່ຕ້ອງສູນເສຍ ພໍ່ແມ່ແລະອ້າຍນ້ອງ.
ທ່ານໃດຕ້ອງການ ຊ່ວຍເຫຼືອສາມາດໂທຫາ ນາຍບ້ານ ບ້ານນາກາງ ເບີໂທ 0309854598 ທ່ານ ທອງດຳ. ທ່ານຍັງສາມາດ ເຮັດການບໍລິຈາກ ຊ່ວຍເຫຼືອຄອບຄົວຜູ່ເຄາະຮ້າຍ ເລກບັນຊີຂອງຍາດພີ່ນ້ອງ
ເລກບັນຊີ: 182120000993399001
ຊື່ບັນຊີ: THONGDY MR
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ຂ່າວກ່ອນໜ້ານີ້:
ຜົ້ງສາລີ: ຈາກເຫດການ ດິນເຈື່ອນທັບເຮືອນ ປະຊາຊົນ ທີ່ບ້ານນາກາງ ເມືອງໃຫມ່ແຂວງຜົ້ງສາລີ ໃນເວລາປະມານ 3:00ຕອນເຊົ້າ ຂອງວັນທີ 2/6/2019 ເຮັດໃຫ້ ມີຄົນເສຍຊີວິດ ຄາທີ 4 ຄົນ, ມີພຽງຄົນລອດຊີວິດ 1 ຄົນ. ຜູ່ເສຍຊີວິດ ແມ່ນມີ ພໍ່ແມ່ ແລະ ລູກຊາຍອີກ 2 ຄົນ. ສ່ວນຜູ່ລອດຊີວິດ ພຽງ 1 ຄົນແມ່ນລູກຊາຍ ອາຍຸ 8 ປີ.
ປະຈຸບັນ ທາງພີ່ນ້ອງ ແລະ ອໍານາດການປົກຄອງບ້ານ ໄດ້ເຮັດການ ຊາປະນະກິດ ໃຫ້ທັງ 4 ຄົນຜູ່ເຄາະຮ້າຍ.
ທ່ານໃດຕ້ອງການ ຊ່ວຍເຫຼືອສາມາດໂທຫາ ນາຍບ້ານ ບ້ານນາກາງ ເບີໂທ 0309854598 ທ່ານ ທອງດຳ. ທ່ານຍັງສາມາດ ເຮັດການບໍລິຈາກ ຊ່ວຍເຫຼືອຄອບຄົວຜູ່ເຄາະຮ້າຍ ເລກບັນຊີຂອງຍາດພີ່ນ້ອງ
ເລກບັນຊີ: 182120000993399001
ຊື່ບັນຊີ: THONGDY MR
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ຂ່າວກ່ອນໜ້ານີ້
----------
ຜົ້ງສາລີ: ຈາກເຫດການ ສະຫຼົດໃຈ ອຸບັດຕິເຫດ ດິນເຈື່ອນທັບເຮືອນ ປະຊາຊົນ ບ້ານນາກາງ ເມືອງໃຫມ່ແຂວງຜົ້ງສາລີ ໃນເວລາປະມານ3:00 ຂອງວັນທີ 2/6/2019 ເຮັດໃຫ້ ມີຄົນເສຍຊີວິດ ຄາທີ 4 ຄົນ ແລະ ລອດຊີວິດ 1 ຄົນ. ຈາກຂໍ້ມູນເບື້ອງຕົ້ນ ຜູ່ເສຍຊີວິດ ແມ່ນມີ ພໍ່ແມ່ ແລະ ລູກຊາຍອີກ 2 ຄົນ. ສ່ວນຜູ່ລອດຊີວິດ ກໍ່ແມ່ນລູກຊາຍ.
ກ່ອນເກີດເຫດ ແມ່ນມີຝົນຕົກມາຫຼາຍມື້, ເຮືອນດັ່ງກ່າວ ແມ່ນຕັ້ງຢູ່ຕີນພູ, ເຮັດໃຫ້ດິນເຈື່ອນລົງມາກາງເດິກ ຂະນະທີ່ ຄົນໃນຄອບຄົວແມ່ນ ກໍາລັງນອນ.
ຄລິບຈາກທີ່ເກີດເຫດ
ຄອບຄົວຜູ່ເຄາະຮ້າຍ
ສໍາລັບທ່ານໃດ ຕ້ອງການຊ່ວຍເຫຼືອ ຄອບຄົວຜູ່ເຄາະຮ້າຍ ສາມາດພົວພັນ ກັບພີ່ນ້ອງຂອງເພິ່ນ ທາງເຟສບຸກ
Somthone Soukxay . ສ່ວນການລະດົມທຶນ ທາງທີມງານພວກເຮົາຈະແຈ້ງໃຫ້ຊາບອີກຕື່ມຫຼັງໄດ້ຂໍ້ມູນຈາກທາງນາຍບ້ານ.
ຂ່າວກ່ອນໜ້ານີ້
-------------
ຜົ້ງສາລີ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດ ຝົນຕົກແຮງ ເຮັດໃຫ້ດີນເຈື່ອນຢູ່ບ້ານນາກາງ ເມືອງໃຫມ່ແຂວງຜົ້ງສາລີ ໃນເວລາປະມານ3:00 ຂອງວັນທີ 2/6/2019 ຄອບຄົວດັ່ງກ່າວມີຈຳນວນ 5 ຄົນ ແຕ່ມີຜູ້ເສຍຊີວິດ 4 ຄົນ ມີລູກຊາຍອາຍຸ 8 ປີເປັນຜູ້ຫລອດຊີວິດພຽງຜູ້ດຽວ.
ເຕືອນໄພທຸກທ່ານຈົ່ງລະມັດລະວັງ ໃນລະດູຝົນ ໂດຍສະເພາະ ຜູ່ທີ່ອາໄສຕາມ ຕີນພູ ທີ່ມີຄວາມສ່ຽງຕໍ່ດິນເຈື່ອນ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.
--------------------------------
Subscribe to:
Post Comments
(
Atom
)
























Post a Comment