Home ອຸບັດຕິເຫດ ລົດຈັກຕໍາກັນຮຸນແຮງທາງ ອາຊຽນ ( ເຕ່ 2) ເຮັດໃຫ້ມີຄົນເສຍຊີວິດ ຄາທີ່ 1 ຄົນ 2/6/19
ລົດຈັກຕໍາກັນຮຸນແຮງທາງ ອາຊຽນ ( ເຕ່ 2) ເຮັດໃຫ້ມີຄົນເສຍຊີວິດ ຄາທີ່ 1 ຄົນ 2/6/19
June 03, 2019 0
ນະຄອນຫຼວງວຽງຈັນ: ເຫດສະຫຼົດໃຈ ອຸບຕິເຫດທາງທ້ອງຖະໜົນ ແມ່ນຍັງເກີດຂື້ນຢ່າງຕໍ່ເນື່ອງ. ລາຍງານຈາກ ກູ້ໄພມູນນິທິຈີນ 1628 ແຈ້ງໃຫ້ຮູ້ ໃນວັນອາທິດ ວັນທີ 1 ມິຖຸນາ 2019 ເວລາ 20:22 ນາທີ ໄດ້ຮັບແຈ້ງເຂົ້າເບີສຸກເສີນ1628 ວ່າມີລົດຈັກຕຳກັບລົດຈັກ ຢູ່ທາງອາຊຽນ (ເຂດເຕ່ 2) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດຈັກ ຕໍາກັບ ລົດຈັກ ມີຜູ່ບາດເຈັບ 4 ຄົນເປັນເພດຊາຍ 1 ຄົນ ແລະ ເພດຍິງ 3 ຄົນ ອາການເບື້ອງຕົ້ນແມ່ນ
ຄົນເຈັບ ເພດຍິງ 3 ຄົນ ແມ່ນມີ ບາດແຜ ແຂນຂາ(ບໍ່ປະສົງໄປໂຮງໝໍ)
ຄົນເຈັບ ເພດຊາຍສັນຊາດຈີນ ສາຫັດ ມີແຜເປີດໃຫຍ່ບໍລິເວນງ່ອນ .ເສຍເລືອດຫຼາຍແລະຊີບພະຈອນຈຸດເຕັ້ນ. ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ທຳການນວດຫົວໃຈ (ຫຼື) CPR ແຕ່ຄົນເຈັບ ບໍ່ມີການຕອນສະຫນອງເຮົາຈື່ງໄດ້ຢຸດນວດແລະເເຈ້ງຫນ້າທີ່ແລ້ວນຳຜູ້ເສຍຊິວິດມາຝາກຕູ້ແຊເຢັນທີ່ມູນນິທິຈີນນະຄອນຫຼວງວຽງຈັນ ບ້ານດົງປາແຫລບ ເມືອງຈັນທະບູລີ ເພື່ອໃຫ້ຍາດພີ່ນ້ອງມາຮັບໄປຊາປະນະກິດຕໍ່ໄປ.
ສ່ວນການສືບສວນສາເຫດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະດໍາເນີນການຕໍ່ໄປ.
--------------------------------
Subscribe to:
Post Comments
(
Atom
)





Post a Comment