ຈົດໝາຍຮ້ອງທຸກ: ທາງບ້ານດຸງ ຕັດໄປທາງ 450 ປີ ມີຄື້ນສະລໍຄວາມໄວ ທີ່ບໍ່ປອດໄພ ກໍ່ໃຫ້ເກີດອຸບັດຕິເຫດທຸກມື້ (ມີຄລິບ), ຂໍໃຫ້ພາກສ່ວນກ່ຽວຂ້ອງກວດສອບແລະແກ້ໄຂແດ່



ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນ ກ່ຽວກັບບັນຫາ ທາງທີ່ມີ ລູກລະນາດ (ຄື້ນສະລໍຄວາມໄວ) ແຕ່ບໍ່ມີຄວາມປອດໄພ. ນີ້ແມ່ນເຫດເກີດມື້ນີ້ຕອນເຊົ້າວັນຈັນວັນທີ 3 ມິຖຸນາ 2019 ເວລາປະມານ 7.30 ພົນລະເມືອງໄໄປການປົກກະຕິຂອງທຸກມື້, ໄດ້ມາພົບເຫັນເຫດການຄົນຂີ່ລົດຈັກລົ້ມກະເລີຍເຂົ້າໄປຊ່ວຍ ສາຍເຫດຂອງການລົ້ມແມ່ນຍ້ອນ ການສ້າງຄື້ນສະລໍຄວາມໄວ (ເບີ່ງຕາມວີດີໂອ)




ບ່ອນເກີດເຫດແມ່ນເສັ້ນທາງບ້ານດຸງ ອອກໄປໃສ່ໄຟແດງ 450 ປີ ແລະຖ້າຂີ່ຊື່ໄປຈະອອກໃສ່ຫຼັກຊາວເອັດ
ເສັ້ນທາງບ່ອນທີ່ສ້າງຄື້ນສະສະລໍຄວາມໄວໃກ້ໄຟແດງນີ້ ລະແມ່ນມີຄົນເກີດອຸປະຕິເຫດ ກາຍຮ້ອຍຄົນແລ້ວໃນນັ້ນມີທັງ ອາສາກູ້ໄຟໄປເອົາແລະບໍ່ໄດ້ແຈ້ງອາສາກູ້ໄຟໄປເອົາ.




ຄື້ນສະລໍຄວາມໃວສ້າງບັນຫາຕໍ່ຜູ້ສັນຈອນໄປມາ ໂດຍສະເພາະຄົນທີ່ບໍ່ເຄີຍໃຊ້ທາງນີ້ແມ່ນ ມັກເກີດອຸປະຕິເຫດຍ້ອນຄື້ນສະລໍຄວາມໃວໂຕນີ້, ມີວິທີອື່ນບໍ່ໃນການສ້າງຄື້ນສະລໍຄວາມໄວ ມີແບບໃຫມ່ບໍ, ຫລືມີແຕ່ແບບດຽວນີ້. ເພາະມັນບໍ່ປອດໄພ ແລະ ບໍ່ມີ ເຄື່ອງໝາຍບອກ ຫຼື ຂີດເສັ້ນໃຫ້ຮັບຮູ້ວ່າ ມີຄື້ນດັ່ງກ່າວ.











--------------------------------






© All in LAOS

1 comment :

  1. ມີ​ປ້າຍ​ເຕືອນ​ທາງ​ລຸບ​ໂນນ​ຢູ່ ແລະ ມີ​ເສັ້ນ​ຂາວ​ລະ​ນາດ​ກ່ອນ ຈຶ່ງ​ຮອດ​ຄື້ນ​ຊີ​ມັງ​ນີ້
    ຜູ້​ທີ່​ເກີດ​ອຸ​ບັດ​ຕິ​ເຫດ​ສ່ວນ​ຫລາຍ​ແມ່ນບໍ່​ເບິ່ງ​ປ້າຍ​ຈໍ​ລະ​ຈອນ​ຂ້າງ​ທາງ ແລະ ຂີ່​ລົດ​ໄວ​ເກີນ​ປ້າຍ​ຈໍ​ລະ​ຈອນ​ກຳ​ນົດ
    ຜູ້​ທຽວ​ທາງ​ຄວນ​ປະ​ຕິ​ບັດ​ຕາມ​ປ້າຍ​ຄວາມ​ໄວ​ກຳ​ນົດ ຈຶ່ງບໍ່​ເກີດ​ອຸ​ບັດ​ຕິ​ເຫດ​ຈາກ​ຄື້ນນີ້

    ReplyDelete

My Instagram

Copyright © All in LAOS. Designed by OddThemes