Home ຮ້ອງທຸກ ຈົດໝາຍຮ້ອງທຸກ: ທາງບ້ານດຸງ ຕັດໄປທາງ 450 ປີ ມີຄື້ນສະລໍຄວາມໄວ ທີ່ບໍ່ປອດໄພ ກໍ່ໃຫ້ເກີດອຸບັດຕິເຫດທຸກມື້ (ມີຄລິບ), ຂໍໃຫ້ພາກສ່ວນກ່ຽວຂ້ອງກວດສອບແລະແກ້ໄຂແດ່
ຈົດໝາຍຮ້ອງທຸກ: ທາງບ້ານດຸງ ຕັດໄປທາງ 450 ປີ ມີຄື້ນສະລໍຄວາມໄວ ທີ່ບໍ່ປອດໄພ ກໍ່ໃຫ້ເກີດອຸບັດຕິເຫດທຸກມື້ (ມີຄລິບ), ຂໍໃຫ້ພາກສ່ວນກ່ຽວຂ້ອງກວດສອບແລະແກ້ໄຂແດ່
June 03, 2019 1
ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນ ກ່ຽວກັບບັນຫາ ທາງທີ່ມີ ລູກລະນາດ (ຄື້ນສະລໍຄວາມໄວ) ແຕ່ບໍ່ມີຄວາມປອດໄພ. ນີ້ແມ່ນເຫດເກີດມື້ນີ້ຕອນເຊົ້າວັນຈັນວັນທີ 3 ມິຖຸນາ 2019 ເວລາປະມານ 7.30 ພົນລະເມືອງໄໄປການປົກກະຕິຂອງທຸກມື້, ໄດ້ມາພົບເຫັນເຫດການຄົນຂີ່ລົດຈັກລົ້ມກະເລີຍເຂົ້າໄປຊ່ວຍ ສາຍເຫດຂອງການລົ້ມແມ່ນຍ້ອນ ການສ້າງຄື້ນສະລໍຄວາມໄວ (ເບີ່ງຕາມວີດີໂອ)
ບ່ອນເກີດເຫດແມ່ນເສັ້ນທາງບ້ານດຸງ ອອກໄປໃສ່ໄຟແດງ 450 ປີ ແລະຖ້າຂີ່ຊື່ໄປຈະອອກໃສ່ຫຼັກຊາວເອັດ
ເສັ້ນທາງບ່ອນທີ່ສ້າງຄື້ນສະສະລໍຄວາມໄວໃກ້ໄຟແດງນີ້ ລະແມ່ນມີຄົນເກີດອຸປະຕິເຫດ ກາຍຮ້ອຍຄົນແລ້ວໃນນັ້ນມີທັງ ອາສາກູ້ໄຟໄປເອົາແລະບໍ່ໄດ້ແຈ້ງອາສາກູ້ໄຟໄປເອົາ.
ຄື້ນສະລໍຄວາມໃວສ້າງບັນຫາຕໍ່ຜູ້ສັນຈອນໄປມາ ໂດຍສະເພາະຄົນທີ່ບໍ່ເຄີຍໃຊ້ທາງນີ້ແມ່ນ ມັກເກີດອຸປະຕິເຫດຍ້ອນຄື້ນສະລໍຄວາມໃວໂຕນີ້, ມີວິທີອື່ນບໍ່ໃນການສ້າງຄື້ນສະລໍຄວາມໄວ ມີແບບໃຫມ່ບໍ, ຫລືມີແຕ່ແບບດຽວນີ້. ເພາະມັນບໍ່ປອດໄພ ແລະ ບໍ່ມີ ເຄື່ອງໝາຍບອກ ຫຼື ຂີດເສັ້ນໃຫ້ຮັບຮູ້ວ່າ ມີຄື້ນດັ່ງກ່າວ.
--------------------------------
Subscribe to:
Post Comments
(
Atom
)

ມີປ້າຍເຕືອນທາງລຸບໂນນຢູ່ ແລະ ມີເສັ້ນຂາວລະນາດກ່ອນ ຈຶ່ງຮອດຄື້ນຊີມັງນີ້
ReplyDeleteຜູ້ທີ່ເກີດອຸບັດຕິເຫດສ່ວນຫລາຍແມ່ນບໍ່ເບິ່ງປ້າຍຈໍລະຈອນຂ້າງທາງ ແລະ ຂີ່ລົດໄວເກີນປ້າຍຈໍລະຈອນກຳນົດ
ຜູ້ທຽວທາງຄວນປະຕິບັດຕາມປ້າຍຄວາມໄວກຳນົດ ຈຶ່ງບໍ່ເກີດອຸບັດຕິເຫດຈາກຄື້ນນີ້