ປະຊາຊົນ ບ້ານມຸກ ເມືອງຫີນເຫີບ ຮ້ອງທຸກເລື່ອງການບຸກເບີກສວນກ້ວຍ! ບໍ່ຢາກສ່ຽງກັບສານເຄມີ


ຈົດໝາຍຮ້ອງທຸກ

ສະບາຍດີ ທ່ານທີ່ກ່ຽວຂ້ອງ ກັບການແກ້ໄຂບັນຫາ ສວນກ້ວຍ ທີ່ໃຊ້ສານເຄມີ
ພວກຂ້າພະເຈົ້າ ປະຊາຊົນ ບ້ານມຸກ ເມືອງຫີນເຫີບ ແຂວງວຽງຈັນ ປະຈຸບັນ ແມ່ນມີຄວາມລະແວງ ກັບເລື່ອງລາວທີ່ຈະເກີດຂຶ້ນ ແລະ ຢາກໃຫ້ ຂັ້ນເທີງລົງມາແກ້ໄຂເລຶ່ອງສວນກ້ວຍຈີນ ທີ່ກຳລັງບຸກເບີກປູກກ້ວຍ ທີ່ບ້ານມຸກ ເມຶອງ ຫີນເຫີບ ແຂວງ ວຽງຈັນ ປະມານ 60 ເຮັກຕາ

ດຽວນີ້ປະຊົນຖືກຜົນກະທົບ ຍ້ອນວ່າ ຄົນຈີນທີ່ມາເຊົາບໍ່ເຮັດຕາມສັນຍາແລະເຮັດໃຫ້ຂີ້ດີນ, ກະຕໍໄມ້ເສດເຫຼືອຕົກລົງໄສ່ດີນຂອງປະຊາຊົນທຳຮ້າຍໄຮ່ນາເຮັດໃຫ້ປະຊາຊົນ, ເຮັດນາບໍ່ໄດ້ຈີງຮ້ອງຂໍມາຍັງຂັ້ນເທີງຊ່ວຍແກ້ໄຂແດ່..ດຽວນີ້ປະຊາຊົນ ໄດ້ຮຽກຮ້ອງໄປຍັງຂັ້ນບ້ານ ແລ້ວ ແຕ່ບໍ່ສາມາດແກ້ໄຂໄດ້.

ສິ່ງທີ່ຢ້ານໄປອີກໃນຕໍ່ໜ້າ ແມ່ນການໃຊ້ສານເຄມີ, ເຊິ່ງເຫັນເປັນຕົວຢ່າງໃນຫຼາຍເຂດ ແລະ ພວກເຮົາກໍ່ບໍ່ຢາກ ໃຊ້ຊີວິດ ທີ່ມີຄວາມສ່ຽງແບບນັ້ນ.

ຈິ່ງຮຽກຮ້ອງມາຍັງ ພາກສ່ວນກ່ຽວຂ້ອງໄດ້ມາຊ່ວຍປະຊາຊົນແດ່!









ຄລິບສໍາພາດປະຊາຊົນ








--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes