Home ອຸບັດຕິເຫດ ສະຫຼົດ! ລົດຈັກເສຍຫຼັກລົ້ມເອງ ຕໍາເຂົ້າຂ້າງທາງ ເຈັບ 1, ເສຍຊີວິດຄາທີ 1 ທາງ ບ້ານຊຽງຄວນ
ສະຫຼົດ! ລົດຈັກເສຍຫຼັກລົ້ມເອງ ຕໍາເຂົ້າຂ້າງທາງ ເຈັບ 1, ເສຍຊີວິດຄາທີ 1 ທາງ ບ້ານຊຽງຄວນ
June 09, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ໃນວັນທີ 9/06/2019 ເວລາ12:20 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດຈັກລົ້ມເອງ ຈຸດເກີດເຫດ ແມ່ນທາງໂຄ້ງບ້ານ ຊຽງຄວນ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ
ອາສາກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ເສຍຊີວິດ 1 ຄົນ ແລະ ຜູ້ບາດເຈັບ 1 ຄົນ
ອາການມີດັ່ງນີ້: ຜູ່ຍິງທີ່ບາດເຈັບ ອາຍຸ 25 ປີ ອາຊີບພະນັກງານ, ບ້ານຫນອງພົງ, ເມືອງຫາດຊາຍຟອງ, ແຂວງນະຄອນຫລວງ, ສັນຊາດລາວ. ສະພາບແມ່ນ ຄີ້ວຈີກເບື້ອງຊ້າຍ, ດີ້ວຕີນຈີກເບື້ອງຂວາ, ແຂນພິກຮູບ. ຜູ້ບາດເຈັບ ຖືກນຳສົ່ງໂຮງຫມໍເສດຖາທິຣາດ.
ຜູ່ທີ 2 ເພດຍິງ ອາຍຸ 45 ປີ, ອາຊີບຄ້າຂາຍ, ບ້ານຫນອງພົງ, ເມືອງຫາດຊາຍຟອງ,ແຂວງນະຄອນຫລວງ
ອາການແມ່ນກະທົບຫົວຢ່າງຮຸນແຮງ, ຄໍຫັກ, ເສຍຊີວິດຄາທີ່. ດັ່ງນັ້ນໜ່ວຍງານມູນນິທິຈື່ງໄດ້ນຳສົ່ງຜູ້ເສຍຊິວິດວັດປ່າບ້ານຫນອງພົງ ທາງໜ່ວຍງານມູນນິທິຂໍສະແດງຄວາມເສຍໃຈນຳພີນ້ອງຜູ້ເສຍຊີວິດດ້ວຍ
ລາຍງານໂດຍ: 1623
--------------------------------
Subscribe to:
Post Comments
(
Atom
)






Post a Comment