Home ໄພສັງຄົມ ໂສມໜ້າ ໂຈນປຸ້ນເງິນ ທີ່ນະຄອນປາກເຊ ເຈົ້າໜ້າທີ່ແຈ້ງ ແມ່ນຄົນຈີນ
ໂສມໜ້າ ໂຈນປຸ້ນເງິນ ທີ່ນະຄອນປາກເຊ ເຈົ້າໜ້າທີ່ແຈ້ງ ແມ່ນຄົນຈີນ
June 09, 2019 0
ຈາກເຫດການ ໂຈນປຸ້ນເງິນ ຄົນກົດບັດ ATM ທີ່ນະຄອນປາກເຊ ແຂວງຈໍາປາສັກ ຕອນແລງ ວັນທີ 8 ມິຖຸນາ 2019. ລາຍງານໃຫ້ຮູ້ອີກວ່າ ຊາຍທັງສອງທີ່ກໍ່ເຫດ ແມ່ນຄົນຈີນ. ເຊິ່ງທັງສອງໄດ້ກໍ່ເຫດ ປຸ້ນເອົາເງິນ ຈາກຄົນທີ່ ມາກົດ ເອົາເງິນ ທີ່ຕູ້ເອທີເອັມ ຕໍ່ໜ້າສະໜາມກິລາຫຼັກ 2 ນະຄອນປາກເຊ.
ເຈົ້າໜ້າທີ່ຈິ່ງໄດ້ ໄລ່ຈັບ ແລະ ສາມາດ ຈັບຕົວມາດໍາເນີນຄະດີໄດ້.
ຂ່າວກ່ອນໜ້ານີ້
ຈໍາປາສັກ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 17: 10 ວັນທີ 8 ມິຖຸນາ 2019 ເກີດເຫດ ໂຈນ ປຸ້ນຄົນກົດເງີນ ທີ່ຕູ້ເອທີເອັມ ທີ່ນະຄອນປາກເຊ ແຂວງຈໍາປາສັກ, ເຈົ້າໜ້າທີນຳໄລ່ເຈັບໄດ້ທັນ.
ຜູ່ກໍ່ເຫດ ມີ 2 ຄົນ ເປັນຊາຍ. ປະຈຸບັນທາງເຈົ້າໜ້າທີ່ກໍາລັງນໍາຕົວໄປສອບສວນ.
ຄລິບຈາກທີ່ເກີດເຫດ
ລາຍງານໂດຍ: Koungnang Manivong
--------------------------------
Subscribe to:
Post Comments
(
Atom
)









Post a Comment