ແຈ້ງພາສີປະຕູດຽວ (Lao National Single Window) ເປີດນໍາໃຊ້ເປັນທາງການແລ້ວ



ລັດຖະບານ: ການສ້າງລະບົບແຈ້ງພາສີປະຕູດຽວ Lao National Single Window ນີ້ ແມ່ນເພື່ອໃຫ້ບັນດາຂະແໜງການລັດທີ່ກ່ຽວຂ້ອງກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ ໃຊ້ຮ່ວມກັນ. ເປັນລະບົບເອເລັກໂຕຣນິກ ທີ່ໃຊ້ສໍາລັບການແລກປ່ຽນຂໍ້ມູນ ແລະ ເອກະສານຕ່າງໆ ຜ່ານລະບົບດຽວ, ຢູ່ບ່ອນດຽວ ແນໃສ່ຕັດຮອນຂັ້ນຕອນທີ່ບໍ່ຈໍາເປັນ, ຫຼຸດຜ່ອນເອກະສານທີ່ເປັນເຈ້ຍ, ຫຼຸດຜ່ອນ ເວລາ ແລະ ຄ່າໃຊ້ຈ່າຍຂອງຜູ້ປະກອບການ.

ໃນວັນທີ 24 ມິຖຸນາ 2019, ໄດ້ມີການຈັດງານພິທີເປີດນຳໃຊ້ລະບົບແຈ້ງພາສີປະຕູດຽວ LNSW ຂຶ້ນຢ່າງເປັນທາງການ ທີ່ສາງ CY ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ທ່ານາແລ້ງ), ນະຄອນຫຼວງວຽງຈັນ. ຊຶ່ງພິທີດັ່ງກ່າວໄດ້ຮັບກຽດກ່າວເປີດໂດຍ ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ ກະຊວງການເງິນ. ຈຸດປະສົງໃນການສ້າງລະບົບນີ້ແມ່ນເພື່ອ ເພື່ອໃຫ້ບັນດາຂະແໜງການລັດທີ່ກ່ຽວຂ້ອງກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ ໃຊ້ຮ່ວມກັນ.

ເປັນລະບົບເອເລັກໂຕຣນິກ ທີ່ໃຊ້ສໍາລັບການແລກປ່ຽນຂໍ້ມູນ ແລະ ເອກະສານຕ່າງໆ ຜ່ານລະບົບດຽວ, ຢູ່ບ່ອນດຽວ ແນໃສ່ຕັດຮອນຂັ້ນຕອນທີ່ບໍ່ຈໍາເປັນ, ຫຼຸດຜ່ອນເອກະສານທີ່ເປັນເຈ້ຍ, ຫຼຸດຜ່ອນ ເວລາ ແລະ ຄ່າໃຊ້ຈ່າຍຂອງຜູ້ປະກອບການ ພ້ອມດຽວກັນນັ້ນ ເພື່ອແລກປ່ຽນຂໍ້ມູນໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ໃຫ້ມີຄວາມວ່ອງໄວ ແລະ ຊັດເຈນຂຶ້ນກວ່າເກົ່າ, ເຮັດໃຫ້ການປະສານງານລະຫວ່າງຂະແໜງການຂອງລັດ ມີປະສິດທິຜົນສູງຂຶ້ນ.



ການພັດທະນາລະບົບແຈ້ງພາສີປະຕູດຽວ ແມ່ນໜຶ່ງໃນແຜນງານຍຸດທະສາດການຫັນພາສີເປັນທັນສະໄໝ ແນໃສ່ຍົກສູງປະສິດທິພາບການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ, ການຈັດເກັບລາຍຮັບງົບ ປະມານ ລວມທັງການຄຸ້ມຄອງການຈັດເກັບຄ່າທໍານຽມຕ່າງໆ ແບບລວມສູນຜ່ານລະບົບ ທະນາຄານ ທີ່ເຊື່ອມໂຍງ ເຂົ້າກັບລະບົບແຈ້ງພາສີປະຕູດຽວ. ການພັດທະນາລະບົບແຈ້ງພາສີປະຕູດຽວ ເປັນການຫັນໄປສູ່ຄວາມເປັນມາດຕະຖານສາກົນ ແລະ ການເຊື່ອມກັບພາກພື້ນ ໂດຍສະເພາະການເຊື່ອມໂຍງ ເຂົ້າກັບລະບົບແຈ້ງພາສີປະຕູດຽວອາຊຽນ.

ປະຈຸບັນ, ໄດ້ມີການນຳໃຊ້ລະບົບແຈ້ງພາສີປະຕູດຽວ ໃນການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ), ຜູ້ປະກອບການຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW). ໃນອະນາຄົດ, ສຳລັບສິນຄ້າປະເພດອື່ນທີ່ຂໍອະນຸຍາດນຳເຂົ້າ-ສົ່ງອອກ ທີ່ຍັງບໍ່ທັນນຳໃຊ້ລະບົບແຈ້ງພາສີປະຕູດຽວແມ່ນຍັງຢູ່ໃນຂັ້ນຕອນການຄົ້ນຄ້ວາລະບຽບການ ແລະ ກົນໄກການອອກອະນຸຍາດ. 


Cr: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes