ລົດຂົນນໍ້າມັນປະທະກັບລົດຂົນສົ່ງ ຢ່າງຮຸນແຮງ ເຂດຂົວນາມອນ 26/6/19



ແຂວງວຽງຈັນ: ເດີນທາງໃນໄລຍະລະດູຝົນ ຕ້ອງໄດ້ລະມັດລະວັງ ເພາະອຸບັດຕິເຫດ ອາດເຫດຂຶ້ນໄດ້ ດັ່ງເຫດການ ທີ່ໄດ້ຮັບການລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນເວລາປະມານ 13:00 ວັນທີ 26 ມິຖຸນາ 2019, ໄດ້ ເກີດອຸບັດຕິເຫດລົດໃຫ່ຍຕຳກັນ ເຂດຂົວນາມອນ ທາງໄປວັງວຽງ ແຂວງວຽງຈັນ.


ລົດທີ່ຮ່ວມເຫດ ເປັນລົດລົດຂົນສົ່ງຂອງຫວຽດນາມ ຕໍາກັບລົດສະແຕັກນ້ຳມັນ ທີ່ເຂດຂົວນາມອນ ທາງໄປວັງວຽງ ສະພາບ. ສະພາບລົດສະແຕັກນ້ຳມັນແມ່ນເສຍຫາຍຫລາຍສົມຄວນ ດ້ານໜ້າຂອງລົດຈົນປຸ້ມ ມຸ່ນອຸ້ຍປຸ້ຍ. ສ່ວນຄົນເຈັບແມ່ນໄດ້ຖືກພົນລະເມືອງດີນຳສົ່ງໂຮງໝໍແລ້ວ.

ການກວດກາຫາສາເຫດຂອງອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ຈະດໍາເນີນຕາມຂັ້ນຕອນຕໍ່ໄປ.






--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes