Home ລັດຖະບານ ເຈົ້າເມືອງຈັນທະບູລີ ເນັ້ນໃຫ້ ຈະລາຈອນ ຕ້ອງມີຈັນຍາບັນ-ຈັນຍາທໍາໃນການປະຕິບັດໜ້າທີ່
ເຈົ້າເມືອງຈັນທະບູລີ ເນັ້ນໃຫ້ ຈະລາຈອນ ຕ້ອງມີຈັນຍາບັນ-ຈັນຍາທໍາໃນການປະຕິບັດໜ້າທີ່
June 26, 2019 0
ນະຄອນຫຼວງວຽງຈັນ: ໃນໂອກາດທີ່ ທ່ານ ນາງ ບົວລອນ ວົງດາລາແສນ ກໍາມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງຈັນທະບູລີ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງໜ່ວຍພັກ ຈະລາຈອນ ປກສ ເມືອງ ຈັນທະບູລີ ໄດ້ກ່າວເນັ້ນໃຫ້ ຄະນະພັກ ພ້ອມດ້ວຍສະມາຊິກໜ່ວຍພັກ ຈະລາຈອນ ປກສ ເມືອງຈັນທະບູລີ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄຸນສົມບັດ, ສິນທໍາປະຕິວັດ ແລະ ຄຸນທາດການເມືອງໜັກແໜ້ນເຂັ້ມແຂງ, ສືບຕໍ່ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ;
ພ້ອມນີ້ ໃຫ້ມີສະຕິ, ມີນໍ້າໃຈຮັກຊາດ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ມີແບບແຜນວິທີການເຮັດວຽກ ແລະ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດໃນການປະຕິບັດໜ້າທີ່. ເພາະວ່າ ວຽກງານຈະລາຈອນ ເປັນວຽກງານທີ່ສໍາຄັນ ແລະ ປະເຊີນໜ້າໂດຍກົງກັບສັງຄົມ. ສະນັ້ນ, ຢາກໃຫ້ເຈົ້າໜ້າທີ່ເຮັດວຽກງານຈະລາຈອນ ມີຄວາມອົດທົນ, ກໍາແໜ້ນບັນດາຂໍ້ກໍານົດ, ກົດລະບຽບຕ່າງໆໃຫ້ໄດ້, ທັງມີຈັນຍາບັນ-ຈັນຍາທໍາ ໃນການປະຕິບັດໜ້າທີ່ວຽກງານ ເພື່ອຫຼີກລ່ຽງຫາງສຽງຈົ່ມວ່າຂອງສັງຄົມ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກ ຈະລາຈອນ ປກສ ເມືອງຈັນທະບູລີ ແມ່ນຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2019, ຢູ່ສະໂມສອນກອງບັນຊາການ ປກສ ເມືອງຈັນທະບູລີ, ໂດຍການເປັນປະທານຂອງ ພັທ ວົງສຸກໃຈ ວົງຊາລະສິດ ຄະນະພັກຮາກຖານ ເລຂາໜ່ວຍພັກ ຈະລາຈອນ ປກສ ເມືອງຈັນທະບູລີ, ມີ ພັທ ຊຽງພັນ ອິນທະປັນຍາ ຮອງເລຂາຄະນະພັກຮາກຖານ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ, ມີປະທານກວດກາພັກ-ລັດ ເມືອງຈັນທະບູລີ, ຫົວໜ້າຄະນະຈັດຕັ້ງ ເມືອງຈັນທະບູລີ ແລະ ຄະນະພັກ-ຄະນະບັນຊາ, ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນກອງປະຊຸມ ຍັງໄດ້ມີການປ່ອນບັດຄັດເລືອກຄະນະໜ່ວຍພັກ ຈະລາຈອນ ປກສ ເມືອງຈັນທະບູລີ ຊຸດໃໝ່ ມີຜູ່ລົງສະໝັກ 5 ສະຫາຍ ໃນນີ້ ເລືອກໄດ້ ສະຫາຍ ພັທ ວົງສຸກໃຈ ວົງຊາລະສິດ ເປັນເລຂາໜ່ວຍພັກ ຈະລາຈອນ, ສະຫາຍ ພັທ ຫົງຄໍາ ລັດຖະຟ້າສະຫວ່າງ ເປັນຮອງເລຂາ, ສະຫາຍ ພັຕ ອຸໄລວັນ ລາດຊະວົງ ເປັນປະທານກວດກາ, ສະຫາຍ ພັຕ ໂງ່ນມະນີ ໄຊປັນຍາ ເປັນຮອງປະທານກວດກາ, ສະຫາຍ ພັຕ ສຸທິ ສຸພັນເພັງ ແລະ ສະຫາຍ ພັຕ ບຸນທະວີ ນັນທະລັງສີ ເປັນຜູ່ຊ່ວຍວຽກປະທານກວດກາ.
ພາບແລະຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
--------------------------------
Subscribe to:
Post Comments
(
Atom
)








Post a Comment