ລາວ ແລະ ຍີ່ປຸ່ນ ປືກສາຫາລື ກັນທີ່ ໂຕກຽວ ເພື່ອການຮ່ວມມືທີ່ແໜ້ນແຟ້ນ



ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອານາຄົດຂອງອາຊີຄັ້ງທີ່ 25, ພາຍໃຕ້ຫົວຂໍ້: ຄົ້ນຫາລະບຽບໂລກແບບໃໝ່ເພື່ອແກ້ໄຂຄວາມວຸ້ນວາຍໃນໂລກ (Seeking a new global order-overcoming the chaos) ເຊິ່ງຈັດຂື້ນໃນ ວັນທີ່ 30-31 ພຶດສະພາ 2019 ທີ່ໂຕກຽວ, ປະເທດຍີ່ປຸ່ນ.

ໃນກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂື້ນກ່າວປາໄສໂດຍໄດ້ຍົກໃຫ້ເຫັນເຖິງສະພາບການຄວາມວຸ້ນວາຍສັບສົນທີ່ພວມເກີດຂື້ນປັດຈຸບັນ ແລະ ທ່ານໄດ້ສະແດງທັດສະນະເພື່ອແກ້ໄຂຄວາມຫຍຸ້ງຍາກສັບສົນດັ່ງກ່າວດ້ວຍຂໍ້ລິເລີ້ມ ແລະ ກົນໄກການຮ່ວມມືທີ່ມີຄວາມຍຸຕິທຳ, ໂປ່ງໄສ, ເທົ່າທຽມກັນ ແລະ ບໍ່ຂື້ນກັບປະເທດໃດໜຶ່ງ ຫຼື ກຸ່ມເສດຖະກິດໃດໜຶ່ງບົນພື້ນຖານການມີສ່ວນຮ່ວມຂອງປະຊາຄົມທົ່ວໂລກ ເພື່ອຈະນຳພາໂລກນີ້ກ້າວໄປສູ່ໂລກແຫ່ງໂລກາພິວັດທີ່ມີຄຸນນະພາບສູງ, ຍືນຍົງ, ມີຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ຄົງຮັກສາໄວ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນໂລກ.



ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກ ກັບ ທ່ານ ຊີນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ, ທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກຽ່ວກັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ປຶກສາຫາລືເພື່ອເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍກໍຄືທິດທາງການຮ່ວມມືໃນອານາຄົດຕໍ່ໜ້າ.
ນອກນັ້ນ, ຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 10 ພາຍໃຕ້ການເປັນເຈົ້າພາບຂອງຍີ່ປຸ່ນ ໃນເດືອນຕຸລາ 2018 ທີ່ໂຕກຽວ ຜ່ານມາ ແລະ ທັງສອງຝ່າຍຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດຍຸດທະສາດໂຕກຽວ 2018 ເພື່ອການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ (Tokyo Strategy 2018 for Mekong-Japon cooperation) ໃຫ້ສຳເລັດ ພ້ອມທັງໄດ້ປືກສາຫາລືກຽ່ວກັບທິດທາງການຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ໃນຕໍ່ໜ້າ.


ພ້ອມດຽວກັນນີີ້, ໄດ້ມີພິທີລົງນາມເອກກະສານແລກປຽ່ນ 2 ສະບັບຄື : ໂຄງການພັດທະນາຊັບພະຍາກອນມະນຸດ, ມີມູນຄ່າ 308 ລ້ານເຢັນ ເຊິ່ງແມ່ນໂຄງການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ແລະ ການປັບປຸງສົນທິສັນຍາຂົນສົ່ງທາງອາກາດສອງຝ່າຍ ລາວ-ຍີ່ປຸ່ນ, ຮ່ວມລົງນາມໂດຍ ທ່ານ ວິໂຮດ ສຸນດາຮາ ເອກອັກຄະຮາຊະທູດລາວ ປະຈຳຍີ່ປຸ່ນ ຊຶ່ງຕາງໜ້າໃຫ້ລັດຖະບານລາວ ແລະ ທ່ານ ຕາເກຊິ ຮີກິຮາລະ ເອກອັກຄະຮາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຕາງໜ້າລັດຖະບານຍີ່ປຸ່ນ ໂດຍການເປັນສັກຂີພິຍານ ຂອງ ນາຍົກລັດຖະມົນຕີຂອງສອງປະເທດ ລາວ-ຍີ່ປຸ່ນ.

ຂ່າວ: ສົມພາວັນ
ພາບ: ຄຳພັນ

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes