ໂຮງຮຽນປະຖົມ ບ້ານນາສັງທອງ ແລະ ບ້ານ ໂພນທັນ ເມືອງກາສີ ໄດ້ຮັບເຄື່ອງຊ່ວຍເຫຼືອ


ແຂວງວຽງຈັນ: ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2019 ນີ້, ທາງທີມງານ ສົ່ງຄວາມຮັກຄອຍຫວັງມິດຕະພາບລາວ - ຈີນ ເຊີ່ງນໍາພາໂດຍ ທ່ານ ສາຍສະໝອນ ພະນັກງານຫ້ອງການກະສິກໍາ ແລະ ປ່າໄມ້ເມືອງກາສີໄດ້ນໍາເອົາອຸປະກອນການຮຽນ - ການສອນ, ອຸປະກອນກິລາພ້ອມດ້ວຍອາຫານປະເພດຕ່າງໆ ເຊີ່ງປະກອບມີ: ກະເປົາເປ້ນັກຮຽນ 100 ໜ່ວຍ, ປື້ມ 330 ຫົວ, ບິກ 500 ກ້ານ, ຢ່າງລຶບ 500 ອັນ, ສໍດຳ 600 ກ້ານ, ຊຸດກິລາ 100 ຊຸດ, ກະຕໍ້ 10 ໜ່ວຍ, ບານເຕະ 6 ໜ່ວຍ, ໝີ່ໄວໆ 12 ແກັດ, ນົມແລັກຕາຊອຍນ້ອຍ 50 ແກັດ ແລະ ກໍ່ຍັງມີເຂົ້າໜົມຈຳນວນໜື່ງ ລວມມູນຄ່າທັງໝົດ 10.800.000 ກີບ




ສິ່ງຂອງທັງໝົດແມ່ນໄດ້ນໍາໄປມອບໃຫ້ແກ່ໂຮງຮຽນປະຖົມບ້ານນາສັງທອງ ແລະ ໂຮງຮຽນປະຖົມບ້ານໂພນທັນເມືອງກາສີ ແຂວງວຽງຈັນ ເພື່ອເປັນຂອງຂັວນໃຫ້ແກ່ນ້ອງນ້ອຍນັກຮຽນ - ເຍົາວະຊົນຜູ້ທີ່ດ້ອຍໂອກາດຍັງຂາດເຂີນອຸປະກອນການຮຽນຕ່າງໆ ອີກຢ່າງໜື່ງກໍ່ ເພື່ອເປັນແຮງຈູງໃຈ - ເປັນກຳລັງໃຈໃນການສຶກສາ ຮ່ຳຮຽນໃຫ້ມີອານາຄົດທີ່ດີເພື່ອພັດທະນາ ບ້ານເກີດເມືອງນອນຂອງຕົນເອງໃນພາຍພາກໜ້າ.



ເຊີ່ງໃຫ້ກຽດກ່າວມອບຢູ່ທີ່ໂຮງຮຽນປະຖົມບ້ານນາສັງທອງໂດຍ ແມ່ນທ່ານ ໂອຢ່າງ ຕາງໜ້າໃຫ້ແກ່ທີມງານສົ່ງຄວາມຮັກຄອຍຫວັງມິດຕະພາບລາວ - ຈີນ ແລະ ກ່າວຮັບໂດຍແມ່ນທ່ານ ຄຳຮັກ ບໍລິບູນ ຜູ້ອຳນວຍການ ໂຮງຮຽນປະຖົມບ້ານ ນາສັງທອງ ແລະ ກ່າວມອບຢູ່ທີ່ໂຮງຮຽນປະຖົມບ້ານ ໂພນທັນ ໂດຍແມ່ນ ທ່ານ ຖັງ ທີ່ຕາງໜ້າໃຫ້ແກ່ທີມງານສົ່ງຄວາມຮັກຄອຍຫວັງມິດຕະພາບລາວ - ຈີນ ແລະ ຂຶ້ນຮັບໂດຍທ່ານ ນາງ ປິ່ນແກ້ວ ໂສລັດຕະນະວົງ ຜູ້ອຳນວຍການ ໂຮງຮຽນປະຖົມບ້ານ ໂພນທັນ ໂດຍມີອຳນາດການປົກຄອງບ້ານ, ພະນັກງານຄູ - ອາຈານ, ພໍ່ແມ່ປະຊາຊົນຂອງທັງ 2 ບ້ານພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.



ເພື່ອເປັນການສະແດງຄວາມຮູ້ບຸນທ່ານ ຄຳຮັກ ບໍລິບູນ ຜູ້ອຳນວຍການ ໂຮງຮຽນປະຖົມບ້ານ ນາສັງທອງກໍ່ໄດ້ຕາງໜ້າຂຶ້ນມອບໃບຈາລຶກບຸນຄຸນຂອງຫ້ອງການສຶກສາ ແລະ ກິລາເມືອງກາສີ ໃຫ້ແກ່ທາງທີມງານສົ່ງຄວາມຮັກຄອຍຫວັງມິດຕະພາບລາວ - ຈີນໃນການປະກອບສ່ວນວຽກງານການສຶກສາໃນຄັ້ງນີ້ ພ້ອມນັ້ນທ່ານຍັງໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງທີມງານສົ່ງຄວາມຮັກຄອຍຫວັງມິດຕະພາບລາວ - ຈີນ ທີ່ມີນ້ຳຈິດນ້ຳໃຈເອື້ອເຟື້ອເພື່ອແຜ່ ໃຫ້ການຊຸກຍູ້ຊ່ວຍເຫຼືອການຮຽນ - ການສອນຂອງທາງໂຮງຮຽນຂອງພວກເຮົາ ແລະ ໃຫ້ຄຳໝັ້ນສັນຍາວ່າຈະພ້ອມກັນປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຫວັງວ່າຈະບໍ່ເປັນຄັ້ງສຸດທ້າຍ ແລະ ກໍ່ຂໍໃຫ້ທາງທີມງານ ສົ່ງຄວາມຮັກຄອຍຫວັງມິດຕະພາບລາວ - ຈີນນີ້ໃຫ້ການຊ່ວຍເຫຼືອໂຮງຮຽນຂອງພວກເຮົາໃນຕໍ່ໜ້າຕື່ມອີກ. ຈາກນັ້ນທາງທີມງານສົ່ງຄວາມຮັກຄອຍຫວັງມິດຕະພາບລາວ - ຈີນກໍ່ໄດ້ແຈກຢາຍເຄື່ອງອຸປະກອນດັ່ງກ່າວໃຫ້ແກ່ນ້ອງນ້ອຍນັກຮຽນໃຫ້ໄດ້ຮັບກັນຢ່າງຖົ່ວເຖິງ.



ຂ່າວ: ເມືອງກາສີ








--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes