ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາຊຸດທີ 8 ໄດ້ຮັບຮອງກົດໝາຍ 10 ສະບັບ ແລະ ມະຕິກອງປະຊຸມ 7 ສະບັບ


ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາຊຸດທີ 8 ປິດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ດໍາເນີນມາເປັນ ເວລາ 15 ວັນ ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະປະຈຳສະພາແຫ່ງ ຊາດ ແລະ ການສຸມທຸກເຫື່ອແຮງ ແລະ ສະຕິປັນຍາຂອງບັນດທ່ານ ສະມາຊິກສະພາແຫ່ງຊາດ, ລວມທັງ ການປະກອບສ່ວນຂອງລັດຖະບານ, ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ ເຂົ້າໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເພື່ອເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຂອງຊາດຕາມ ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້.


ໃນໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ, ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ແລະ ເລຂາທິການສະພາແຫ່ງ ຊາດ ໄດ້ຖະແຫລງຂ່າວ ກ່ຽວກັບຜົນສຳເລັດກອງປະຊຸມສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນບ່າຍມື້ນີ້ ວັນທີ 25 ມິຖຸນາ 2019 ນີ້ ວ່າ: I. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ເລີ່ມເປີດຂຶ້ນ ໃນ ຕອນເຊົ້າຂອງວັນພຸດ, ວັນທີ 5 ມີຖຸນາ 2019 ແລະ ໄດ້ດຳເນີນມາເຖິງຕອນບ່າຍຂອງວັນອັງຄານ, ວັນທີ 25 ມີຖຸນາ 2019 ຊຶ່ງໄດ້ໃຊ້ເວລາດໍາເນີນກອງປະຊຸມທັງໝົດ 15 ວັນ (ບໍ່ລວມວັນພັກລັດຖະການ).




ກອງປະຊຸມຄັ້ງນີ້ ມີສະມາຊິກສະພາແຫ່ງຊາດ ຊຸດທີ VIII, ມີການນໍາຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ, ພະນັກງານ ອາວຸໂສບຳນານ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. II. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ພິຈາລະນາຮັບ ຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈຳນວນ 7 ສະບັບ ແລະ ພິຈາລະນາຮັບຮອງເອົາກົດໝາຍຈຳນວນ 10 ສະບັບ ຄື:

1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການສຳລັບ 6 ເດືອນທ້າຍປີ 2019;

2. ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງ ປະທານສານປະຊາຊົນສູງສຸດ;

3. ມະຕິວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະ ມົນຕີ;

4. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາ ຊິກສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງການອອກໃບຕາດີນ, ການອອກໃບຕາດິນຊໍ້າຊ້ອນ ໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ;

5. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ຊີ້ແຈງຕໍ່ຄຳຊັກຖາມຂອງສະພາ ແຫ່ງຊາດ ກ່ຽວກັບການຟື້ນຟູປ່າ ແລະ ປູກໄມ້ ຕາມມະຕິຂອງສະພາແຫ່ງຊາດ;

6. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວ ກັບການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ;

7. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການພັດທະນາຊັບພະ ຍາກອນມະນຸດ ຕາມຂະແໜງການບຸລິມະສິດ ໃນສາຂາວິຊາກະສິກໍາ, ຄູ ແລະ ພະຍາບານ;

8. ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ຄື:
(1) ກົດໝາຍວ່າດ້ວຍການຕອບໂຕ້ການທຸ້ມຕະຫລາດ ແລະ ການຊ່ວຍໜູນ;
(2) ກົດໝາຍວ່າດ້ວຍອາກອນຊົມໃຊ້;
(3) ກົດໝາຍວ່າດ້ວຍອາກອນລາຍໄດ້;
(4) ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ;
(5) ກົດໝາຍວ່າດ້ວຍເອກະສານ;
(6) ກົດໝາຍວ່າດ້ວຍອາຊີວະສຶກສາ;
(7) ກົດໝາຍວ່າດ້ວຍປ່າໄມ້;
(8) ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ;
(9) ກົດໝາຍວ່າດ້ວຍທີ່ດິນ; ແລະ
(10 ກົດໝາຍວ່າດ້ວຍຄ່າທຳນຽມສານ.


 ໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້, ສະພາແຫ່ງຊາດ ໄດ້ສະເໜີໃຫ້ 4 ກະຊວງ ຂຶ້ນຕອບຄຳຖາມທີ່ພົວພັນກັບບັນຫາພົ້ນເດັ່ນຂອງສັງຄົມ ຊຶ່ງສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນໃນກອງປະຊຸມປະກອບມີ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ໃນນາມຫົວໜ້າລັດຖະບານ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດ ທັງເປັນການຊີ້ແຈງຕໍ່ຄຳຊັກຖາມທີ່ສະມາຊິກສະພາ ແຫ່ງຊາດຍົກຂຶ້ນ ດ້ວຍບັນຍາກາດທີ່ດີ ແລະ ສ່ອງແສງໃຫ້ເຫັນຄວາມຮັບຜິດຊອບຮ່ວມກັນຂອງສະພາແຫ່ງຊາດ ແລະ ລັດຖະບານທີ່ມີຕໍ່ປະຊາຊົນ. III. ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມານັ້ນ,


ໃນໄລຍະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ມີປະຊາຊົນ ສົ່ງຄິດຄຳ ເຫັນຜ່ານໂທລະສັນສາຍດ່ວນຫຼາຍກວ່າ 475 ສາຍ, ມີ 101 ເລື່ອງ ມາຍັງກອງປະຊຸມສະພາແຫ່ງຊາດ ຊຶ່ງພົວພັນເຖິງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ໃນນີ້ ບັນຫາ ທີ່ພົ້ນເດັ່ນ ແມ່ນພົວພັນເຖິງບັນຫາທີ່ດິນ, ຄ່າໄຟຟ້າແພງ, ເສັ້ນທາງ, ການສຶກສາ, ການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ແລະ ສານເຄມີຈາກການປູກກ້ວຍ. ຕໍ່ກັບບັນຫາທີ່ສົ່ງມາທາງ ໂທລະສັບສາຍດ່ວນດັ່ງກ່າວ, ກອງເລຂາກອງປະຊຸມຈະໄດ້ສັງລວມແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງຕ່າງໆຂອງລັດຖະບານ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມ ກົດໝາຍ ແລະ ລະບຽບການ.

ຂ່າວ: Lao National Radio

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes