Home ລັດຖະບານ ນາຍົກລັດຖະມົນຕີ ໃຫ້ກຽດເປີດ ງານວາງສະແດງ Lao ICT EXPO 2019 ຢ່າງເປັນທາງ ການທີ່ນະຄອນຫຼວງວຽງຈັນ
ນາຍົກລັດຖະມົນຕີ ໃຫ້ກຽດເປີດ ງານວາງສະແດງ Lao ICT EXPO 2019 ຢ່າງເປັນທາງ ການທີ່ນະຄອນຫຼວງວຽງຈັນ
June 26, 2019 0
ໃນວັນທີ 25 ມິຖຸນາ 2019, ທີ່ໂຮງແຮມດອນຈັນພາເລດ, ນະຄອນ ຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ສະມາຄົມການຄ້າ ໄອຊີທີລາວ ໄດ້ເປີດງານວາງສະແດງ ເຕັກໂນໂລຊີ ຂໍ້ມູນຂ່າວສານ ປະຈຳປີ 2019 ຂຶ້ນຢ່າງເປັນທາງການ ພາຍໃຕ້ຄຳຂວັນ ສ້າງ ແລະສົ່ງເສີມ ການຫັນເປັນດີຈີຕອນໃນລາວ,
ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມດ້ວຍບັນດາແຂກຈາກກະຊວງ, ອົງການທຽບເທົ່າ, ບັນດາສະຖາບັນການສຶກສາ ແລະບັນດາບໍລິສັດຕ່າງໆ ກໍ່ເຂົ້າຮ່ວມເຊັ່ນດຽວກັນ.
ໃນໂອກາດຂຶ້ນກ່າວເປີດງານ, ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວໃນບາງຕອນສຳຄັນວ່າ: ໃນງານວາງສະແດງປີນີ້ ໄດ້ມີຜູ້ເຂົ້າໄປຮ່ວມວາງສະແດງ ທັງໝົດ 54 ຮ້ານ ຈາກຜູ້ປະກອບການ ດ້ານໂທລະຄົມມະນາຄົມ-ໄອຊີທີ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນຳເອົາຜະລິດຕະພັນອອກໃໝ່ ແລະ ທັນສະໄໝ ກ່ຽວກັບລະບົບ ສື່ສານໂທລະຄົມ, ລະບົບໂປຣແກຣມຮັບໃຊ້ການຫັນເປັນລະບົບດີຈີຕອນ, ລະບົບປ້ອງກັນຄວາມປອດໄພທາງດ້ານ ໄຊເບີ, ແລະເຄື່ອງອຸປະກອນ ໄອຊີທີ ຕ່າງໆ.
ພ້ອມນັ້ນ, ຍັງມີການວາງສະແດງຂອງກະຊວງ, ອົງການ, ແລະ ບໍລິສັດຕ່າງໆ ກ່ຽວກັບຜົນສຳເລັດຂອງການນຳໃຊ້ ໄອຊີທີ ເຂົ້າໃນວຽກງານຕ່າງໆຂອງຕົນ. ຄ່ຽງຄູ່ກັນນີ້, ຍັງມີການຈັດກອງປະຊຸມສຳມະນາລະດັບສາກົນ ກ່ຽວກັບການປຶກສາຫາລື ວ່າດ້ວຍ ການຮ່ວມມືພັດທະນາ ໄອຊີທີ ຂອງບັນດາປະເທດລຸ່ມແມ່ນ້ຳລານຊ້າງ-ແມ່ນ້ຳຂອງ ແລະ ສຳມະນາວິຊາການສະເພາະດ້ານ ເຊັ່ນ: ການບໍລິຫານລັດດ້ວຍເອເລັກໂຕຣນິກ, ການນຳໃຊ້ ໄອຊີທີ ເຂົ້າໃນການສຶກສາ, ການນຳໃຊ້ ໄອຊີທີ ເຂົ້າໃນຂະແໜງການເງິນ, ບັນຫາ ຄວາມປອດໄພຂອງສື່ສັງຄົມອອນລາຍ, ການຄ້າ ແລະ ການດຳເນີນທຸລະກິດ ດ້ານໄອຊີທີ.
ໃນໂອກາດດຽວກັນນີ້, ງານດັ່ງກ່າວຍັງເປັນເວທີຫນຶ່ງທີ່ສຳຄັນໃນການສ້າງໂອກາດ ໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ໄອຊີທີ ມາພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້າໃຈ ແລະ ສ້າງຕັ້ງການພົວພັນຮ່ວມມືດ້ານການຄ້າ, ການພັດທະນາຮ່ວມກັນ. ພິເສດກວ່ານັ້ນ, ໃນປີນີ້ ຍັງຈະມີການປະກວດລາງວັນໄອຊີທີ 2019 ເພື່ອເປັນຕົວແທນຂອງລາວ ສົ່ງເຂົ້າແຂ່ງຂັນກັບບັນດາປະເທດອາຊຽນ ຊີງລາງວັນ ASEAN ICT Award 2019. ງານວາງສະແດງ Lao ICT EXPO 2019 ນີ້ ຈະດຳເນີນ ໄປແຕ່ວັນທີ 26-30 ມິຖຸນາ 2019.
ຂ່າວ: Lao National Radio
ພາບ: Houmphet Manisouk
--------------------------------
Subscribe to:
Post Comments
(
Atom
)







Post a Comment