Home ເມືອງບໍລິຄັນ ເຈົ້າຂອງໂຮງງານສະກັດເຄືອແຫມ ຈັນສ່ອງຟ້າ ຈະຮັບຜິດຊອບ ຊົດເຊີຍຄ່າເສຍຫາຍ ທຸກດ້ານ! ຈາກເຫດການ ອ່າງນໍ້າເສຍແຕກ
ເຈົ້າຂອງໂຮງງານສະກັດເຄືອແຫມ ຈັນສ່ອງຟ້າ ຈະຮັບຜິດຊອບ ຊົດເຊີຍຄ່າເສຍຫາຍ ທຸກດ້ານ! ຈາກເຫດການ ອ່າງນໍ້າເສຍແຕກ
June 12, 2019 0
ບໍລິຄໍາໄຊ: ພາຍຫຼັງອ່າງບໍາບັດນໍ້າເສຍ ຂອງໂຮງງານສະກັດເຄືອແຫມຈັນສ່ອງຟ້າ ຈຳກັດ ທີ່ຕັ້ງຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ໄດ້ເກີດມີການຮົ່ວໄຫຼລົງສູ່ແຫຼ່ງນໍ້າທຳມະຊາດ ໃນວັນທີ 10 ມິຖຸນາ ຜ່ານມາໄດ້ສົ່ງຜົນກະທົບຕໍ່ຊີວະນາໆພັນ, ສິ່ງແວດລ້ອມ-ສັງຄົມ ແລະ ລະບົບນິເວດຢູ່ບໍລິເວນໃກ້ຄຽງ, ດ້ານເຈົ້າຂອງໂຮງງານຍິນດີ ຈະຊົດເຊີຍຄ່າເສຍຫາຍທຸກດ້ານ.
ສະນັ້ນ, ເພື່ອເປັນການກວດກາສາເຫດຂອງການຮົ່ວໄຫຼ ລວມໄປເຖິງບັນດາຂັ້ນຕອນ ການປະຕິບັດງານຂອງໂຮງງານ ໃຫ້ມີຄວາມຖືກຕ້ອງຕາມລະບຽບການ ທີ່ໄດ້ລະບຸໄວ້ໃນບົດວິພາກກ່ອນການສ້າງຕັ້ງໂຮງງານນນັ້ນ ໃນວັນທີ 11 ມິຖຸນາ 2019 ຜ່ານມາ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກຽ່ວຂ້ອງຂັ້ນແຂວງ-ເມືອງ ໄດ້ລົງໄປກວດກາເບິ່ງສະພາບອ່າງບຳບັດນໍ້າເສຍຂອງໂຮງງານແຫ່ງດັ່ງກ່າວ.
ເຊິ່ງການລົງສຳຫຼວດກວດກາໃນຄັ້ງນີ້ ແມ່ນໄດ້ເກັບກຳເອົາຂໍ້ມູນລະອຽດທຸກດ້ານເປັນຕົ້ນແມ່ນ ຂັ້ນຕອນ, ວິທີການດຳເນີນປະຕິບັດບັນດາໜ້າວຽກຕ່າງໆຂອງໂຮງງານມີຄວາມຖືກຕ້ອງ-ສອດຄ່ອງ ກັບບົດວິພາກເສດຖະກິດກ່ອນຈະສ້າງຕັ້ງໂຮງງານ ແລະ ຊອກຫາສາເຫດທີ່ພາໃຫ້ອ່າງບຳບັດນ້ຳເສຍຂອງໂຮງງານເຄືອແຫມໄຫຼອອກສູ່ແຫຼ່ງນ້ຳທຳມະຊາດ ເຊິ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມໃນປັດຈຸບັນ ແລະ ໃນໄລຍະຍາວ, ພ້ອມນີ້ນັກວິຊາການ ໄດ້ເກັບເອົາຕົວຢ່າງນໍ້າບໍລິເວນໃກ້ຄຽງເພື່ອນຳໄປວິໄຈຕື່ມອີກ.
ໃນນີ້, ທ່ານ ເຈົ້າແຂວງ ຍັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງຮ່ວມກັບອຳນາດການປົກຄອງບ້ານ ຈົ່ງຕິດຕາມຢ່າງໃກ້ຊິດຈົນກວ່າສະພາບການດັ່ງກ່າວຈະໄດ້ຮັບການປັບປຸງ-ແກ້ໄຂ, ສຳລັບປະຊາຊົນ ແລະ ສັດລ້ຽງ ແມ່ນໃຫ້ຫຼີກລ່ຽງການໃຊ້ນໍ້າຂອບເຂດບໍລິເວນດັ່ງກ່າວໃນໄລຍະນີ້.
ຈາກນັ້ນ, ໃນຕອນບ່າຍຂອງວັນດຽວກັນນີ້ ຢູ່ຫ້ອງປະຊຸມຫ້ອງວ່າການ, ອຳນາດການປົກຄອງແຂວງໄດ້ເຊີນເຈົ້າຂອງໂຮງງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມປະຊຸມເພື່ອປຶກສາຫາລືວິທີທາງແກ້ໄຂບັນຫາທີ່ເກີດຂຶ້ນໃນໄລຍະສັ້ນຢ່າງຮີບດ່ວນ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ຍົກຫຼາຍບັນຫາຂຶ້ນມາສົນທະນາແລກປ່ຽນຢ່າງກົງໄປກົງມາ. ສຳລັບເຈົ້າຂອງໂຮງງານສະກັດເຄືອແຫມ ແມ່ນຍິນດີໃຫ້ຄວາມຮ່ວມມືທຸກດ້ານ ເພື່ອເອື້ອອຳນວຍຄວາມສະດວກໃນການລົງປະຕິບັດວຽກງານຂອງພາກລັດ ແລະ ພ້ອມທີ່ຈະຊົດເຊີຍຜົນເສຍຫາຍທຸກດ້ານ ທີ່ສົ່ງຜົນກະທົບຈາກການຮົ່ວໄຫຼຂອງອ່າງບຳບັດນ້ຳເສຍໃນຄັ້ງນີ້.
ຂໍ້ມູນ: ໜັງສືພິມບໍລິຄຳໄຊ
ຂ່າວວັນທີ 10 ມິຖຸນາ 2019 ມື້ທີ່ ອ່າງເກັບນໍ້າເສຍລຸ
ສະບາຍດີທຸກທ່ານ,
ຢາກຮຽນສະເໜີຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບບັນຫາສິງແວດລ້ອມ
ໂຮງງານແຮ່ມ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃນວັນທີ່ 10.6.2019 ນີ້ ໄດ້ປ່ອຍນ້ຳເສຍນໍ້າເປື້ອນ ທີ່ເກັບຂັງໄວ້ໃນອ່າງ ປະລິມານຫຼາຍ ລົງສູ່ແມ່ນ້ຳ ທີ່ພໍ່ແມ່ປະຊາຊົນຊົມໃຊ້ ແລະ ຍັງຖ້ວມເຖີງຫ້ວຍຮ່ອງແລະ ຖ້ວມ ໂນນທີລ້ຽງງົວ, ລ້ຽງຄວາຍຂອງພໍ່ແມ່ປະຊາຊົນ.
ຫ້ວຍທີ່ປ່ອຍນ້ຳລົງໃສ່ນີ້ຍັງເປັນຫ້ວຍທີ່ພໍ່ແມ່ປະຊາຊົນ ທີ່ຕັນເອົານ້ຳເຂົ້າໃສ່ນາ ຖ້າຫາກປ່ອຍລົງແບບນີ້ຕະຫຼອດພໍ່ແມ່ປະຊາຊົນ ຈະບໍ່ສາມາດເຮັດນາໃນເຂດນີ້ໄດ້ເພາະວ່າ ທີ່ຜ່ານມາເຫັນຈຳພວກປ່າໄມ້ສີ່ງແວດລ້ອມລົງມາເບີ່ງ, ກະບໍ່ເຫັນຊີ່ມີການແກ້ໄຂຫຍັງເລີຍ. ຢາກສະເໜີໃຫ້ພາກສ່ວນທີ່ກ່ຽວຂອງ ພິຈາລະນາແລະແກ້ໄຂ.
--------------------------------
Subscribe to:
Post Comments
(
Atom
)












Post a Comment