Home ເຕືອນໄພ ບ້າໄປແລ້ວ! ແນະນໍາໃຫ້ ເອົາມືປຽກນໍ້າ ຈັບປັກສຽບໄຟຟ້າ! ແບບນີ້ມີແຕ່ຕາຍລູກດຽວ
ບ້າໄປແລ້ວ! ແນະນໍາໃຫ້ ເອົາມືປຽກນໍ້າ ຈັບປັກສຽບໄຟຟ້າ! ແບບນີ້ມີແຕ່ຕາຍລູກດຽວ
June 12, 2019 0
ກັບກະແສ ທີ່ກໍາລັງມາແຮງ ໃນຕອນນີ້, ຄັນບໍ່ເວົ້າກໍ່ເຫັນວ່າ ເປັນສິ່ງທີ່ຕ້ອງໄດ້ເຕືອນກັນ ແລະ ຢາກໃຫ້ທຸກຄົນຈົ່ງຟັງເລື່ອງລາວທຸກຢ່າງ ດ້ວຍຄວາມມີສະຕິ ແລະ ເຫດຜົນ.
ເຊື່ອວ່າຫຼາຍຄົນ ຄົງຈະໄດ້ຊົມຄລິບຕ່າງໆ ທີ່ ຄົວອາຫຼິງ ສາວທີ່ເຕັມໄປດ້ວຍ ຄວາມໝັ້ນໃຈ ທີ່ຈະເປີດ ການສອນ ໃຫ້ຄົນລວຍ ທາງອ່ອນລາຍ. ກໍ່ບໍ່ຮູ້ຄືກັນ ວ່າ ຫຼັກສູດ ທີ່ ຜູ່ກ່ຽວ ທີ່ໄດ້ຮ່ວມມື ກັບ ສາວໄທ ອີກຄົນນັ້ນ ເປັນຫຼັກສູດ ທີ່ໄດ້ຮັບການຮັບຮອງ, ໄດ້ຮັບການ ອານຸດຍາດ ແລະ ສໍາຄັນ, ບໍ່ຮູ້ວ່່າ ທັງສອງມີໃບດໍາເນີນທຸລະກິດ ເພື່ອອົບຮົມ ທຸລະກິດ ດັ່ງທີ່ໄດ້ໂຄສະນາໄວ້ບໍ່. ສໍາຄັນທີ່ສຸດ ບໍ່ວ່າການຈັດອົບຮົມ ທີ່ກ່ຽວຂ້ອງກັບ ຫຼັກສູດ ແລະ ການສຶກສາ ຕ້ອງໄດ້ຮັບການອານຸມັດ ຢ່າງຖືກຕ້ອງ ຈາກກະຊວງສຶກສາທິການ ແລະ ກິລາ. ນອກນີ້, ຖ້າບຸກຄົນເຫຼົ່ານີ້ ຕ້ອງການຈະເຮັດທຸລະກິດ ເປັນທີ່ປຶກສາ ຕ້ອງມີການເປີດ ບໍລິສັດ ແລະ ລົງທະບຽນ ກັບກະຊວງ ອຸດສາຫະກໍາ ແລະ ການຄ້າ ເພື່ອທີ່ຈະສາມາດດໍາເນີນການໄດ້.
ຍິ່ງໄປກວ່ານີ້, ໃນດ້ານກົດໝາຍ ບັນດາເນື້ອຫາ ການໂຄສະນາ ຊັກຊວນ ກໍ່ຕ້ອງ ໄດ້ຂໍອານຸຍາດ ຈະກະຊວງຖະແຫຼງ ຂ່າວ ແລະ ວັດທະນະທໍາ.
ອັນທີ່ຮ້າຍແຮງ ແລະ ຮັບບໍ່ໄດ້ ທີ່ສຸດ, ນອກຈາກ ການຊັກຊວນ ໄປຮັບຟັງບັນຍາຍ ດ້ວຍຄ່າເຂົ້າຮ່ວມງານທີ່ແພງແລ້ວ, ຄໍາແນະນໍາ ທີ່ບໍ່ມີວິທະຍາສາດ ແລະ ອາດເຮັດໃຫ້ຄົນຕາຍໄດ້ ຈາກຄລິບຫຼ້າສຸດ ທີ່ ຄົວອາຫຼິງ ແນະນໍາໃຫ້ ຄົນຊອກຫາ ພະລັງງານຂອງຕົນເອງ ດ້ວຍການ ເອົາມືປຽກນໍ້າໄປ ຈັບປັກສຽບໄຟຟ້າ. ບອກວ່າ, ມີພະລັງງານແນ່ນອນ ແຕ່ຊິຕາຍ.
ຈິ່ງຮຽກ ຮ້ອງໃຫ້ ເຈົ້າໜ້າທີ່ກ່ຽວ ຂ້ອງໄດ້ ນໍາຕົວພວກກ່ຽວ ມາເຮັດການ ກວດສອບ ວ່າ ມີຄວາມຜິດປົກກະຕິ ທາງຈິດປະສາດບໍ່? ຫຼື ແນວໃດ ແລະ ຮູບການ ດໍາເນີນ ທຸລະກິດ ທີ່ພວກກ່ຽວໂຄສະນາ ນັ້ນ ມັນຖືກຕ້ອງ ແລະ ໄດ້ຮັບອານຸຍາດ ແລ້ວບໍ່? ເພື່ອບໍ່ໃຫ້ ປະຊາຊົນລາວ ທີ່ອາດຈະບໍ່ ມີຄວາມຮູ້ ຄວາມເຂົ້າໃຈ ຕົກເປັນເຫຍື່ອ.
ເພາະຈາກ ຫາງສຽງຂອງປະຊາຊົນ ໂດຍສ່ວນໃຫຍ່ ແລ້ວ ເກືອບວ່າ ວິທີການເຫຼົ່ານີ້ ແມ່ນເຂົາຄ່າຍ ຕົວະຍົວະ ເອົາເງິນໄປລົງທະບຽນ ແລະ ຂາຍສິນຄ້າ, ແລະ ຍົວະກັນ ເອົາຄົນເຂົ້າເປັນສະມາຊິກ ທີມີລັກສະນະແອັບແຝງ ຂອງທຸລະກິດ ຕ໋ອງໂສ້.
ຂໍຝາກບັນຫານີ້ດ້ວຍ!
--------------------------------
Subscribe to:
Post Comments
(
Atom
)

Post a Comment