ເມືອງກາສີ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະເຫລີມສະຫລອງ ວັນສີ່ງແວດລ້ອມໂລກ



 ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສີ່ງແວດລ້ອມໂລກໄດ້ໝູນວຽນມາອີກວາລະໜຶ່ງ ວັນທີ 6 ມິຖຸນາ 2019  ຫ້ອງການກະສິກຳ ແລະ ປ່າໄມ້ເມືອງກາສີໄດ້ສົມທົບກັບຫ້ອງການຊັບພະຍາກອນ ແລະ ສີ່ງແວດລ້ອມເມືອງຈັດກິດຈະກຳ ປູກຕົ້ນໄມ້ 1 ມິຖຸນາ 2019 ແລະ ສະເຫລີມສະຫລອງ ວັນສີ່ງແວດລ້ອມໂລກ ວັນທີ 5 ມິຖຸນາ ຄົບຮອບ 47 ປີ ທັງເປັນວັນວີ່ງແວດລ້ອມແຫ່ງຊາດ ຄົບຮອບ 21 ປີ ພາຍໃຕ້ຄໍາຂັວນທີ່ວ່າ: ‘’ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ’’ ແລະ ການສະເຫຼີມສະຫຼອງຄັ້ງນີ້ ໄດ້ດຳເນີນຮ່ວມກັບ ການສະເຫຼີມສະຫຼອງ ວັນນ້ຳໂລກ ພາຍໃຕ້ຫົວຂໍ້ ‘’ຈົ່ງພ້ອມກັນປົກປັກຮັກສາທຳມະຊາດ ເພື່ອແຫຼ່ງນ້ຳ’’ ຂື້ນຢ່າງເປັນທາງການ ຢູ່ທີ່ໂຮງຮຽນ ມໍສໍ ກາສີ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີທົນ ແສງພະຈັນ ຮອງເຈົ້າເມືອງໆກາສີ, ມີທ່ານ ທອງພັນ ມາລີຄຳ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງກາສີ, ທ່ານ ພູຜ່ານ ພູວົງ ຫົວໜ້າຫ້ອງການຊັບພະຍາກອນ ແລະ ສີ່ງແວດລ້ອມເມືອງກາສີ, ທ່ານ ຄໍາພັນ ສີສຸວັນທອງ ຜູ້ອໍານວຍການໂຮງຮຽນ ມໍສໍ ກາສີ, ມີບັນດາຄະນະປະຈຳ - ກໍາມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການ, ພະນັກງານ - ລັດຖະກອນ, ທະຫານ-ຕຳຫລວດ ພາຍໃນເມືອງພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.

 ໃນພິທີ ທ່ານ ທອງພັນ ມາລີຄຳ ຫົວໜ້າຫ້ອງການ ກະສິກຳ ແລະປ່າໄມ້ເມືອງກາສີ ໄດ້ຂື້ນລາຍງານໂດຍຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດການປູກໄມ້ສົກປີ 2019 ນີ້ວ່າ: ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ແມ່ນຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ມີຄວາມໝາຍຄວາມສຳຄັນຫຼາຍຕໍ່ກັບການພັດທະນາເສດຖະກິດສັງຄົມແຫ່ງຊາດ, ໃນປະຈຸບັນພັກ-ລັດຖະບານ ໄດ້ຖືເອົາວຽກງານ ຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກງານຍຸທະສາດທີ່ສຳຄັນ ຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍເລັ່ງໃສ່ຈັດຕັ້ງປະຕິບັດວຽກງານ ປົກປັກຮັກສາປ່າໄມ້, ການປູກໄມ້ ແລະ ຟື້ນຟູປ່າ ເພື່ອແນ່ໃສ່ໃຫ້ບັນລຸຄາດໝາຍສູ້ຊົນຂອງພັກ-ລັດຖະບານທີ່ວາງໃວ້, ໂດຍສະເພາະແມ່ນການສູ້ຊົນ ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມຂອງປ່າໄມ້ກວມເອົາ 70% ຂອງເນື້ອທີ່ທົ່ວປະເທດໃນປີ2020. ສຳຫລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ປະກອບມີ: ຕົ້ນໄມ້ປະດັບ 320 ເບ້ຍ, ຕົ້ນໄມ່ດູ່ລາຍ 550 ເບ້ຍ, ຕົ້ນໄມ້ແຕ້ຂ່າ 800 ເບ້ຍ, ໄມ້ສະຝາງ 500 ເບ້ຍ, ໄມ້ກາກະລົດ 100 ເບ້ຍ ແລະ ໄມ້ກີນໝາກ 50 ເບ້ຍ ລວມທັງໝົດ 2.270 ເບ້ຍ ລວມມູນຄ່າທັງໝົດ 12. 350. 000 ກີບ. 



ຫຼັງຈາກນັ້ນ ທ່ານ ພູຜ່ານ ພູວົງ ຫົວໜ້າຫ້ອງຊັບພະຍາກອນ ແລະ ສີ່ງແວດລ້ອມເມືອງ ກໍ່ໄດ້ລາຍງານປະຫວັດຄວາມເປັນມາຂອງວັນສີ່ງແວດລ້ອມໂລກ ແລະ ວັນສີ່ງແວດລ້ອມແຫ່ງຊາດໃຫ້ຮູ້ວ່າ: ໂລກກຳລັງປະເຊີນກັບສີ່ງທ້າທາຍຢ່າງໜັກໜ່ວງ ຕໍ່ຄວາມສາມາດໃນການຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສີ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ລວມທັງການປົກປັກຮັກສາແຫຼ່ງນ້ຳທຳມະຊາດ ຈາກປັດໃຈເພີ່ມຂຶ້ນຂອງປະຊາກອນໂລກຢ່າງໄວວາ, ສີ່ງແວດລ້ອມ ທຳມະຊາດທຳມະຊາດຖືກທຳລາຍ, ການເຊື່ອມໂຊມຂອງລະບົບນິເວດພື້ນຖານທຳມະຊາດໂລກ ແລະ ຈາກສະພາບການປ່ຽນແປງຂອງດິນຟ້າອາກາດອັນໄດ້ສົ່ງຜົນກະທົບ ອັນສຳຄັນຕໍ່ກັບໂລກໂດຍສະ ເພາະໃນບັນດາປະເທດດ້ອຍພັດທະນາເກີດມີບັນຫາຂາດແຄນນ້ຳ ນອກຈາກນັ້ນຍັງປະເຊີນໜ້າກັບບັນຫາ ມົນລະພິດທາງນ້ຳ ແລະ ບັນຫາໄພນ້ຳຖ້ວມຢ່າງກະທັນຫັນ ແລະ ໄພແຫ້ງແລ້ງຢູ່ໃນ ສ ປ ປ ລາວ ເວົ້າລວມ ເວົ້າສະເພາະເມືອງກາສີຂອງພວກເຮົາກໍ່ເຊັ່ນດຽວກັນກຳລັງປະເຊີນໜ້າກັບບັນຫາດັ່ງກ່າວທີ່ ນັບມື້ເພີ່ມຂຶ້ນ ຕໍ່ກັບສະພາບການຄືແນວນັ້ນ ພັກ - ລັດເຮົາກໍ່ໄດ້ມີແນວທາງ ແລະ ນະໂຍບາຍ ແກ້ໄຂບັນຫາຢ່າງສະເໝີຕົ້ນສະເໝີປາຍເປັນຕົ້ນແມ່ນ: ໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍ ການປົກປັກຮັກສາສີ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ພ້ອມທັງໄດ້ກຳນົດຢູ່ໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ, ກໍ່ຄືແຜນພັດທະນາເສດຖະກິດ - ສັງຄົມ 5 ປີຂອງ ສ ປ ປ ລາວ ຄຽງຄູ່ກັບການສົ່ງເສີມຄຸນນະພາບສີ່ງແວດລ້ອມຕົວເມືອງ ທົ່ວ ສ ປ ປ ລາວ ໃຫ້ກາຍເປັນສີຂຽວ ສະອາດງາມຕາ ເພື່ອປະກອບສ່ວນເຂົ້າໃນການຂັບເຄື່ອນໃຫ້ ສ ປ ປ ລາວ ບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ. ໃນໂອກາດດັ່ງກ່າວ ທ່ານ ສີທົນ ແສງພະຈັນ ຮອງເຈົ້າເມືອງໆກາສີ ກໍ່ໄດ້ໃຫ້ກຽດຂຶ້ນມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ກ່າວວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມ້, ວັນສີ່ງແວດລ້ອມໂລກ, ວັນນ້ຳໂລກປີນີ້ ສຳລັບຢູ່ ສ ປ ປ ລາວ ເວົ້າລວມ ເວົ້າສະເພາະກໍ່ຄືເມືອງກາສີຂອງພວກເຮົາ ໃຫ້ຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ ດຳເນີນໂຄສະນາ, ປູກຈິດສຳນຶກໃຫ້ແກ່ສັງຄົມ ໄດ້ຮັບຮູ້ເຖີງຜົນປະໂຫຍດ ແລະ ຄວາມສຳຄັນຂອງປ່າໄມ້ ທີ່ເປັນຊັບພະຍາກອນທຳມະຊາດອັນລ້ຳຄ່າ ທັງເປັນແຫລ່ງສຶກສາຄົ້ນຄວ້າຊີວະນາໆພັນ. ພ້ອມນັ້ນ ປ່າໄມ້ຍັງສ້າງອາກາດທີ່ສົດຊື່ນບໍລິສຸດ ຕໍ່ສິ່ງທີ່ມີຊີວິດ ແລະ ສ້າງລະບົບນິເວດທີ່ດີ ຕໍ່ສະພາບແວດລ້ອມໃນໂລກມະນຸດເຮົາຕື່ມອີກ ແລະ ທ່ານຍັງຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນ ຈົ່ງພ້ອມກັນຈັດຕັ້ງ ປະຕິບັດພັນທະຂອງຕົນເຂົ້າໃນການປະຕິບັດຄຳຂັວນປີ 2019 ນີ້: ຫຼຸດຜ່ອນມົນລະພິດທາງອາກາດ ເພື່ອສຸຂະພາບຂອງພວກເຮົາ ໃຫ້ປະກົດຜົນເປັນຈິງ. 

ຂ່າວ: ເມືອງກາສີ.

Post a Comment

My Instagram

Copyright © All in LAOS. Designed by OddThemes