ນະຄອນ ຫຼວງພະບາງ ປີນີ້ ປູກຕົ້ນໄມ້ໄດ້ 4000 ກວ່າເບ້ຍ



ຫຼວງພະບາງ: ວັນທີ 10 ມີຖຸນາ 2019 ນີ້. ຫ້ອງການກະສີກໍາ ແລະ ປ່າໄມ້ ນະຄອນ ຫຼວງພະບາງ ສົບທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2019 ຢູ່ບ້ານ ຫຼັກສິບ (ເຂດສວນໄມ້ສັກຂອງລັດ) ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ສຸກັນ ບຸນຍົງ ເຈົ້ານະຄອນ ຫຼວງພະບາງ, ທ່ານ ໄຊຍະພັນ ລາສີ ຫົວໜ້າພະແນກກະສີກໍາ-ປ່າໄມ້ແຂວງ, ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ຫ້ອງການຂອງນະຄອນ ຫຼວງພະບາງ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ຊາວຄ້າຂາຍ ຕະຫຼອດນັກຮຽນ ນັກສຶກສາ ແລະປະຊາຊົນບັນດາເຜົ່າພາຍໃນບ້ານ ຫຼັກສິບ ເຂົ້າຮ່ວມ.



ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ມີຄຳເຫັນວ່າ: ໃນເດືອນມີຖຸນາ ທຸຸກໆປີຫ້ອງການກະສີກໍາ ແລະ ປ່າໄມ້ ສົມທົບກັບ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ ແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ ແລະຍຸດທະສາດປ່າໄມ້ ແຕ່ນີ້ຮອດປີ 2030 ໃຫ້ມີອາກາດສົດຊື່ນ ແລະຮົ່ມເຢັນ ມີສີຂຽວ ທັງປຸກລະດົມໃຫ້ທຸກຄົນ ຮູ້ກັບຜົົນປະໂຫຍດປ່າໄມ້ ທີ່ມີຄຸນຄ່າອັນໃຫຍ່ຫຼວງໃນການປົົກປັກຮັກສາດິນ, ນໍ້າ ແລະດັດສົມພົມອາກາດ ຕອບສະໜອງວັດຖຸດິດໃຫ້ໂຮງຈັກ ໂຮງງານ, ເປັນແຫ່ລງອາຫານ ແລະຢາ ຕອບສະໜອງການດໍາລົງຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າ. ສໍາລັບການປູກຕົ້ນໄມ້ ທີ່ບ້ານຫຼັກສິບ ໃນປີນີ້ມີເນື້ອທີ່ 46,160 ຕາແມັດ. ເບ້ຍໄມ້ນໍາມາປູກທັງໝົດມີ 4.000 ເບ້ຍ:



ໃນນີ້ມີເບ້ຍໄມ້ແຕ້ຄ່າ 2.000 ເບ້ຍ, ເບ້ຍໄມ້ດູ່ 1.000 ເບ້ຍ, ແບ້ຍໄມ້ສົ້ມຟາດ 1.000 ເບ້ຍ. ຈາກນັ້ນ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ຂຶ້ນກ່າວເປີດພີທີຢ່າງເປັນທາງການ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ, ຈົ່ງມີສ່ວນຮ່ວມ ໃນການບົວລະບັດຮັກສາ ຕົ້ົ້ນໄມ້ທີ່ປູກແລ້ວ, ທັງສ້າງນິຕິກໍາ ໃນການປົກປັກຮັກສາຕົ້ນໄມ້ ເພື່ອໃຫ້ມີລະບຽບການຄຸ້ມຄອງສະເພາະ, ຊຸກຍູ້ໃຫ້ການຈັດຕັ້ງບ້ານ ລົງກວດກາໃນຂອບເຂດ, ຮັບຜິດຊອບ ເພື່ອບໍ່ໃຫ້ມີຜູ້ບຸກລູກໃນຕໍ່ໜ້າ.



ໃນພິທີ ທ່ານ ສຸກັນ ບຸນຍົງ ເຈົ້ານະຄອນ ຫຼວງພະບາງ ໄດ້ມອບໃບຍ້ອງຍໍ ຂອງເຈົ້ານະຄອນ ຫຼວງພະບາງ ໃຫ້ແກ່ ບໍລິສັດ ແລະບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນທຶນຮອນຊຸກຍູ້ ວັນປູກຕົ້ນໄມ້ແຫ່ງຊາດປະຈໍາປີ 2019 ທີ່ນະຄອນ ຫຼວງພະບາງ ຕື່ມອີກ.

ຂ່າວ: ສົມແກ້ວ ຈົ່ວຈູ່ລີ (ນະຄອນ ຫລວງພະບາງ)


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes