Home ແຮງງານ ຊົມເຊີຍ! ຊ່າງ ຕັດຫຍິບລາວ ຄວ້າລາງວັນ ສີມີແຮງງານດີເລີດ ຈາກການແຂ່ງຂັນສີມືແຮງງານສາກົນ ໜຶ່ງແລວໜຶ່ງເສັ້ນທາງ ທີ່ ສປ ຈີນ
ຊົມເຊີຍ! ຊ່າງ ຕັດຫຍິບລາວ ຄວ້າລາງວັນ ສີມີແຮງງານດີເລີດ ຈາກການແຂ່ງຂັນສີມືແຮງງານສາກົນ ໜຶ່ງແລວໜຶ່ງເສັ້ນທາງ ທີ່ ສປ ຈີນ
June 11, 2019 0
ສປປ ລາວ ຍາດໄດ້ ໃບຢັ້ງຢືນສີມືແຮງງານດີເລີດ ສາຂາຊ່າງ ຕັດຫຍິບ ຈາກການແຂ່ງຂັນສີມືແຮງງານສາກົນ ໜຶ່ງແລວໜຶ່ງເສັ້ນທາງ ທີ່ ສປ ຈີນ.
ສ ປປ ລາວ ສົ່ງນັກແຂ່ງຂັນເຂົ້າຮ່ວມ 2 ສາຂາວິຊາຊີບ ຄື: ຊ່າງ ປຸງແຕ່ງອາຫານ ແລະ ຊ່າງ ຕັດຫຍິບ, ໃນງານແຂ່ງຂັນສີມືແຮງງານສາກົນ ໜຶ່ງແລວໜຶ່ງເສັ້ນທາງ (The Belt and Road International Skills Competition) ທີ່ໄດ້ຈັດຂື້ນລະຫວ່າງວັນທີ 25-31 ພຶດສະພາ 2019, ທີ່ນະຄອນໂສງສິ້ງ, ສປ ຈີນ ທີ່ຜ່ານມາ, ມີ 44 ປະເທດທີ່ມາຈາກທົ່ວໂລກ ໃນນັ້ນມີບັນດາປະເທດສະມາຊິກ ອາຊຽນ ຈໍານວນ 6 ປະເທດ (ກໍາປູເຈຍ, ມາເລເຊຍ, ມຽນມ້າ,ສິງກະໂປ, ໄທ ແລະ ສປປ ລາວ) ເຂົ້າຮ່ວມ, ການແຂ່ງຂັນປະກອບມີ 18 ສາຂາວິຊາຊ່າງ ແລະ ມີນັກແຂ່ງຂັນສີມືແຮງງານທັງໝົດເກືອບ 700 ຄົນ, ສຳລັບ ສປປ ລາວ ນຳພາຄະນະ ນັກແຂ່ງຂັນເຂົ້າຮ່ວມໂດຍ ທ່ານ ທາ ທອງພາດ ຮອງຫົວໜ້າພະແນກພັດທະນາມາດຕະຖານສີມືແຮງງານ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງ ຮສສ, ມີນັກແຂ່ງຂັນ 2 ທ່ານ ພ້ອມດ້ວຍຄູຝຶກ 2 ທ່ານ, ມີ 2 ສາຂາວິຊາຊີບ ຄື: ຊ່າງ ປຸງແຕ່ງອາຫານ ແລະ ຊ່າງ ຕັດຫຍິບ ເຂົ້າຮ່ວມ.
ການແຂ່ງຂັນ 02 ສາຂາວິຊາຊ່າງ ປະກອບມີ: ສາຂາວິຊາ ຊ່າງ ປຸງແຕ່ງອາຫານ ຫຼື Cooking ມີ (ຄູຝຶກ 1 ຄົນ ແລະ ນັກແຂ່ງຂັນ 1 ຄົນ); ສາຂາວິຊາຕັດຫຍິບເຄື່ອງນຸ່ງ ຫຼື Fashion Technology ມີ(ຄູຝຶກ 1ຄົນ ແລະ ນັກແຂ່ງຂັນ 1 ຄົນ) ແລະ ຫົວໜ້າຄະນະ 1 ທ່ານ ລວມເປັນ 5 ທ່ານ. ເຊີ່ງບັນດາຄູຝຶກ ແລະ ນັກແຂ່ງຂັນສີມືແຮງງານ ທັງໝົດແມ່ນລ້ວນແລ້ວແຕ່ມີປະສົບການຈາກການເຂົ້າຮ່ວມແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 11 ທີ່ມາເລເຊຍ ແລະ ຄັ້ງທີ 12 ທີ່ປະເທດ ໄທ ຜ່ານມາ.
ໃນການກໍານົດເອົາ 2 ສາຂາຊ່າງ ເຂົ້າຮ່ວມແຂ່ງຂັນເນື່ອງຈາກວ່າເປັນ 2 ສາຂາຊ່າງນີ້ ທີ່ມີຜົນງານດີຜ່ານມາ ແລະ ເປັນສາຂາວິຊາຊ່າງທີ່ນອນໃນ 18 ສາຂາທີ່ເຈົ້າພາບຈັດການແຂ່ງຂັນກໍານົດ. ຜົນຂອງການແຂ່ງຂັນສີມືແຮງງານສາກົນ ໜຶ່ງແລວໜຶ່ງເສັ້ນທາງ ປະກົດວ່າ: ສປປ ລາວ ສາຂາວິຊາ ຊ່າງຕັດຫຍິບເຄື່ອງນຸ່ງ ນາງ ທອງດີ ອິນທະວົງ ມາຈາກສູນພັດທະນາສີມືຕັດຫຍິບ ສາມາດຍາດມາໄດ້ໃບຢັ້ງຢືນສີມືແຮງງານດີເລີດ ໄດ້ຄະແນນ 700 ຕາມມາດຕະຖານ, ຈັດຢູ່ໃນອັນດັບທີ 7 ຈາກນັກແຂ່ງຂັນທັງໝົດ 13 ຄົນ ມາຈາກ 13 ປະເທດ ຮ່ວມແຂ່ງຂັນ.
ສ່ວນສໍາລັບສາຂາວິຊາ ປຸງແຕ່ງອາຫານ ມີນັກແຂ່ງຂັນທັງໝົດ 17 ຄົນ, ມາຈາກ 17 ປະເທດຮ່ວມເຂົ້າແຂ່ງຂັນ ເຊີ່ງໄດ້ລົງຊິງໄຊກັນຢ່າງເຂັ້ມຂຸ້ນໂດຍໃຊ້ເວລາການແຂ່ງຂັນທັງໝົດແມ່ນ 6 ຊົ່ວໂມງ ປະກອບມີ 2 ຫົວບົດ ພາຍຫຼັງຈົບການແຂ່ງຂັນນັກແຂ່ງຂັນ ສປປ ລາວ ຄື: ທ້າວ ວັນເພັງ ຈັນທະວົງ ມາຈາກສະຖາບັນການໂຮງແຮມ ແລະ ການທອງທ່ຽວແຫ່ງຊາດ ສາມາດສ້າງຜົນງານໄດ້ເປັນທີ່ໝ້າເພິ່ງພໍໃຈ ເຊີ່ງໄດ້ຄະແນນ 699.1 ໄດ້ໃບຢັ້ງຢືນການເຂົ້າຮ່ວມແຂ່ງຂັນ.
ສໍາລັບ ສປປ ລາວ ໄດ້ສົ່ງນັກແຂ່ງຂັນສີມືແຮງງານເຂົ້າຮ່ວມໃນຄັ້ງນີ້, ແມ່ນເພື່ອຈັດຕັ້ງປະຕິບັດຜັນຂະຫຍາຍແນວຄິດລິເລີ່ມ ໃນການສົ່ງເສີມການຮ່ວມມືກັບສາກົນ ຂອງ ທ່ານ ປະທານ ສີຈີ້ນພິງ ປະທານປະເທດແຫ່ງ ສປ ຈີນ; ເພີ່ມທະວີຄວາມສາມັກຄີບົນພື້ນຖານຄວາມເປັນມິດຕະພາບ, ເດີນຕາມເສັ້ນທາງ ໜຶ່ງແລວໜຶ່ງເສັ້ນທາງ ແລະ ເພີ່ມການຮ່ວມມືຂີດຄວາມສາມາດດ້ານທັກສະສີມືແຮງງານ, ແນໃສ່ຍົກລະດັບສີມືແຮງງານລາວ ໃຫ້ນັບມື້ນັບດີຂື້ນ ທຽບທັນກັບສາກົນ, ໂດຍສະເພາະບັນດາປະເທດທີ່ເຂົ້າຮ່ວມແຂ່ງຂັນສີມືແຮງງານສາກົນໜຶ່ງແລວ ໜຶ່ງເສັ້ນທາງ.
ພາບແລະຂ່າວ: ຄໍາເມິງ
ກະຊວງ ຮສສ ລາຍງານ, ຂໍ້ມູນມາຈາກຄະນະຕິດຕາມ
--------------------------------
Subscribe to:
Post Comments
(
Atom
)




Post a Comment