ທ່ານນາຍົກເນັ້ນ ໃຫ້ປະເມີນຜົນຢ່າງຮັດກຸມ ໃນການພັດທະນາພະລັງງານ ແລະ ບໍ່ແຮ່



ລັດຖະບານ: ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນວຽກງານພະລັງງານ ແລະ ບໍ່ແຮ່ ປີ 2018 ແລະ ໄຕມາດທີ 1 ປີ 2019 ທົ່ວປະເທດ ຈັດຂຶ້ນວັນທີ 3-4 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນາຍົກໄດ້ເນັ້ນໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ມີການຕີລາຄາ ແລະ ປະເມີນຜົນໄດ້ຜົນເສຍຢ່າງຮັດກຸມ ແລະ ຖີ່ຖ້ວນໃຫ້ດີທີ່ສຸດ ເພື່ອນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດ ມີຜົນກະທົບຕໍ່ທຳມະຊາດ ສິ່ງແວດລ້ອມ ແລະ ການສູນເສຍຊັບພະຍາກອນທຳມະຊາດໃຫ້ໜ້ອຍທີ່ສຸດ.



ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່ ຕ້ອງໄປຄຽງຄູ່ກັບການອະນຸຮັກ ແລະ ບູລະນະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ພ້ອມດຽວກັນ ຕ້ອງເພີ່ມທະວີເອົາໃຈໃສ່ຄຸ້ມຄອງການກໍ່ສ້າງ ໂຄງການຜະລິດພະລັງງານໄຟຟ້າໃຫ້ມີຄຸນນະພາບ ແລະ ມາດຕາຖານສາກົນ ຕ້ອງມີແຜນອັນລະອຽດ ແລະ ຊັດເຈນ ການກວດສອບ-ກວດກາຄວາມປອດໄພຂອງເຂື່ອນ ໂດຍຕ້ອງສຸມໃສ່ຕິດຕາມກວດກາສະພາບການຄຸ້ມຄອງ-ບໍລິຫານ ແລະ ການຈັດການນ້ຳຢູ່ແຕ່ລະເຂື່ອນຜະລິດໄຟຟ້າໃນທົ່ວປະເທດ ເພື່ອຮັບປະກັນໃຫ້ເຂື່ອນແຕ່ລະແຫ່ງມີຄວາມໝັ້ນຄົງ-ປອດໄພ ສາມາດຮອງຮັບສະພາບດິນຟ້າອາກາດ ແລະ ໄພພິບັດທີ່ອາດຈະເກີດຂຶ້ນໄດ້ທຸກເວລາ


ໃຫ້ຮີບຮ້ອນປັບປຸງໂຄງສ້າງລາຄາໄຟຟ້າ ແລະ ການປະຕິບັດຕາມລາຄາໃໝ່ ສຳລັບພາກທີ່ຢູ່ອາໄສໄປພ້ອມກັບການປັບປຸງລາຄາໄຟຟ້າ ຕໍ່ພາກອຸດສາຫະກຳການປຸງແຕ່ງ ຜະລິດຕະພັນກະສິກຳ ແລະ ອື່ນໆ ໃຫ້ສອດຄ່ອງກັບຕົ້ນທຶນຜະລິດຂອງໄຟຟ້າລາວ ເພື່ອບໍ່ໃຫ້ໄຟຟ້າລາວຂາຍໃນລາຄາທີ່ຫຼຸບທຶນຫຼາຍເກີນໄປ ລວມທັງສືບຕໍ່ປັບປຸງຂອດໃຫ້ການບໍລິການ ແລະ ຫຼຸດຜ່ອນຂັ້ນຕອນໃຫ້ສັ້ນລົງ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຄຸນນະພາບຂອງການບໍລິການຕາມຄຳສັ່ງ 02/ນຍ ເພື່ອປັບປຸງຕົວຊີ້ວັດການດຳເນີນທຸລະກິດໃຫ້ດີຂຶ້ນ.



ສຳລັບຄຸນນະພາບຂອງການລົງທຶນຕ້ອງເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມກວດກາບັນດາກິດຈະການໄຟຟ້າປະເພດຕ່າງໆ ເປັນຕົ້ນ ພະລັງງານໄຟຟ້ານ້ຳຕົກ ພະລັງງານໄຟຟ້າຖ່ານຫີນ ແລະ ພະລັງງານທົດແທນຢ່າງເຂັ້ມງວດ ໂດຍສະເພາະ ໂຄງການໃດທີ່ຍັງບໍ່ທັນມີຕະຫຼາດຂາຍໄຟຟ້າ ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ກໍຄວນໂຈະໄວ້ກ່ອນ ພ້ອມນີ້ ກໍໃຫ້ຮີບຮ້ອນສຳຫຼວດຄວາມຕ້ອງການ ການຊົມໃຊ້ໄຟຟ້າທັງຢູ່ພາຍໃນ ແລະ ສຶກສາເບິ່ງຄວາມຕ້ອງ¬ການໄຟຟ້າຂອງປະເທດໃກ້ຄຽງ ຕາມທີ່ໄດ້ຊີ້ນຳຜ່ານມາໃຫ້ສຳເລັດໂດຍໄວ.



ນອກນັ້ນ ໃຫ້ສືບຕໍ່ປັບປຸງການກຳນົດແຜນພັດທະນາວຽກງານພະລັງງານ ໃຫ້ສອດຄ່ອງກັບເງື່ອນໄຂສະພາບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງຂອງພວກເຮົາ ສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນການນຳໃຊ້ພະລັງງານທົດແທນ ເຊິ່ງເປັນພະລັງງານໄຟຟ້າທີ່ສະອາດ ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຜົນກະທົບໜ້ອຍສຸດຕໍ່ປະຊາຊົນ ພ້ອມທັງຄົ້ນຄວ້າຫຼຸດຕົ້ນທຶນໃຫ້ຖືກລົງ ເອົາໃຈໃສ່ກວດກາ ແລະ ຕິດຕາມບັນດາໂຄງການລົງທຶນຂອງລັດຢ່າງຕໍ່ເນື່ອງ ເພື່ອເພີ່ມລາຍຮັບ ແລະ ຫຼຸດຜ່ອນລາຍຈ່າຍ ໂດຍສະເພາະ ຕ້ອງໄດ້ລົງເລິກວິເຄາະວິໄຈບັນຫາ ແລະ ສາເຫດທີ່ພາໃຫ້ການເຄື່ອນໄຫວດຳເນີນທຸລະກິດຂອງລັດວິສາຫະກິດ ແລະ ບໍລິສັດບໍ່ມີປະສິດທິຜົນທາງດ້ານເສດຖະກິດ ພ້ອມນີ້ ກໍຕ້ອງໄດ້ປັບປຸງຮອບດ້ານໃຫ້ແທດເໝາະກັບສະພາບຕົວຈິງ.



ໂດຍ: ສ. ບຸນມີໄຊ
 ໜັງສືພິມວຽງຈັນໃໝ່


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes