ວັດອົງໄຫ ເມືອງຍອດອູ ແຂວງຜົ້ງສາລີ ບູຮານສະຖານຂອງຄົນໄຕ້ລື້ ທີ່ຄວນໄດ້ຮັບການ ບູລະນະ



ມື້ນີ້ ທີມງານ All in LAOS ຂໍອານຸຍາດ ນໍາເອົາເລື່ອງລາວ ຈາກເພຈ Art and Culture of Laos ເພື່ອນໍາສະເໜີ ກ່ຽວກັບ ວັດອົງໄຫ.

ວັດອົງໄຫ ນີ້ຕັ້ງຢູ່ເນີນພູ ໃນພົງໄພທີມີປ່າໄມ້ຂຽວງາມ ແລະຕັ້ງຢູ່ ຝາກກົງກັນຂ້າມແມ່ນ້ຳອູ ເຊິ່ງມີທາງທີ່ເປັນຂັນໄດຂຶ້ນໄປເທິງວັດແຫ່ງນີ້ 465 ຂັ້ນ, ວັດແຫ່ງນີ້ມີທາດອົງໄຫ ທີງົດງາມຮູບຮ່າງລັກສະນະແມ່ນຄ້າຍຄືຫມາກນ້ຳເຕົ້າ ເຊິ່ງໄດ້ຮັບອິດທິພົນການສ້າງແລະຄວາມເຊື່ອແບບຄົນໄຕ້ລື້



ເມື່ອຂຶ້ນໄປເຖິງວັດແລ້ວ ທຸກຄົນແມ່ນສາມາດຊົມວິວ ທິວທັດ ຂອງທຳມະຊາດພູຜາປ່າໄມ້ ເຂດເມືອງອູເຫນືອໄດ້ຢ່າງແຈ້່ມແຈ້ງ ເຊິ່ງວັດແຫ່ງນີ້ແມ່ນຫ່າງຈາກເທດສະບານແຂວງຜົ້ງສາລີ ໄປທາງເຫນືອປະມານ 160 ກິໂລແມັດ .



ເມື່ອເຫັນວັດແຫ່ງນີ້ ທາດແຫ່ງນີ້ແລ້ວ ມີທັງດີໃຈແລະເສົາໃຈໄປນຳພ້ອມ ຄື :

- ດີໃຈ ທີມີວັດແຫ່ງນີ້ ມີທາດທີງົດງາມແບບນີ້ ມີສິລະປະ ວັດທະນະທັມ ມີບໍ່ນ້ຳທຳມະຊາດ ມີສາລາໄມ້ທີເກົ່າແກ່... ເປັນເປັນເອກະລາດທີບໍ່ມີໃຜຄື ແລະບໍ່ຄືໃຜ

- ເສົ້າໃຈ ວັດແຫ່ງນີ້ ແມ່ນຂາດການທຳນຸບຳຣຸງ ໃນການບົວລະບັດຮັກສາ ຂາດການເອົາໃຈໃສ ຂາດການດູແລ ...



ຖ້າໃຜມີສັດທາມີປັດໄຈ ໃນການບູຣະນະ ທີສຳຄັນກໍ່ຢາກໃຫ້ມີພຣະສົງອົງຄະເຈົ້າມາຈຳພັນສາ ເພື່ອຈະປະຕິສັງຂອນ ບົວລະບັດຮັກສາ ສະຖານທີແຫ່ງນີ້ໃຫ້ຖາວອນຍິ່ງໆຂຶ້ນໄປເນາະ ? ຝາກການນຳແຂວງຜົ້ງສາລີ ແລະແນວລາວສ້າງຊາດແຂວງຜົ້ງສາລີ ແລະທີສຳຄັນ ອພສ ແຂວງຜົ້ງສາລີ ເດີ...



ຂອບໃຈຮູບພາບຈາກ : Sack Meuangsing ຖ່າຍເມື່ອວັນທີ 11/06/2019
Cr: Art and Culture of Laos








--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes