ທ່ານຮູ້ບໍ່ ເພິ່ນຫ້າມຂາຍຢາສູບຢູ່ໃສແດ່? ແລະ ຜະລິດຕະພັນຢາສູບທີ່ບໍ່ມີສະຫຼາກ ແລະ ຄໍາເຕືອນ ແມ່ນຜິດກົດໝາຍ ສປປ ລາວ



ຫຼາຍທ່ານຄົງຈະສັງເກດວ່າ ເປັນຫຍັງຕ້ອງຄວບຄຸມ ຢາສູບ? ເພາະການສູບຢາ ແມ່ນສົ່ງຜົນກະທົບ ຕໍ່ສຸຂະພາບ ທັງຄົນສູບ ແລະ ຄົນຢູ່ອ້ອມຂ້າງ. ສະນັ້ນ, ມັນຈິ່ງເປັນສິ່ງສໍາຄັນ ທີ່ທົ່ວໂລກ ໄດ້ພາກັນ ປຸກລະດົມ ໃຫ້ຢຸດຕິ ການສູບຢາ. ເວົ້າໄດ້ວ່າ ຢາສູບ ເປັນ ສານເສບຕິດ ທີ່ມີການຄຸ້ມຄອງ.


ມື້ນີ້ ທີມງານ All in LAOS ຈະນໍາສະເໜີ ໜື່ງໃນມາດຕະການສໍາຄັນຂອງ ການຂາຍຜະລິດຕະພັນຢາສູບ ທີ່ເຫັນວ່າ ມັນຮຽກຮ້ອງໃຫ້ ທຸກຄົນໃນສັງຄົມ ຕ້ອງໄດ້ພ້ອມໃຈກັນປະຕິບັດ ຢ່າງເຄັ່ງຄັດ. ສປປ ລາວ ແມ່ນມີ ກົດໝາຍ ເພື່ອຄຸ້ມຄອງ ຢາສູບ ແຕ່ປີ 2009, ກໍ່ເປັນເວລາ 10 ປີແລ້ວ.

ບັນຫາທີ່ 1 ແມ່ນ ການຈັດຈໍາໜ່າຍ, ເຊິ່ງອີງຕາມກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ປີ 2009

ມາດຕາທີ 18 ໄດ້ລະບຸຢ່າງຊັດເຈນກ່ຽວກັບ ສະຖານທີ່ຫ້າມບໍ່ໃຫ້ຈໍາໜ່າຍ ຢາສູບເດັດຂາດ. ດັ່ງລຸ່ມນີ້.


ພ້ອມດຽວກັນນັ້ນ,  ມາດຕາທີ 33 ແລະ 34 ກໍ່ໄດ້ກໍານົດຊັດເຈນ ກ່ຽວກັບ ສະຫຼາກ ແລະ ຄໍາເຕືອນ ທີ່ຕ້ອງໄດ້ຂຽນໃຊ່ ຊອງສິນຄ້າຢາສູບ.




ດ້ວຍເຫດນີ້, ຫາກສິນຄ້າຢາສູບຍີ່ຫໍ້ໃດ ທີ່ຈໍາໜ່າຍ ໃນ ສປປລາວ ບໍ່ມີສະຫຼາກ, ບໍ່ມີຄໍາເຕືອນ ແລະ ຈໍາໜ່າຍໃນບ່ອນທີ່ຫ້າມ ຖືວ່າຜິດກົດໝາຍ ຂອງ ສປປ ລາວ, ຜູ່ທີ່ລະເມີດ ຈະຖືກດໍາເນີນຄະດີ ຕາມກົດໝາຍ ຂອງ ສປປລາວ ຢ່າງເຄັ່ງຄັດ.


ຫາກທ່ານພົບເຫັນ ການຈໍາໜ່າຍສິນຄ້າຢາສູບ ທີ່ຜິດກົດໝາຍ ສປປລາວ ສາມາດແຈ້ງໄປທີ່ເບີ 1510 ສາຍດ່ວນປົກປ້ອງຜູ່ບໍລິໂພກ







ອ່ານລາຍລະອຽດ ກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ປີ 2009

























--------------------------------






© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes