Home ຮ້ອງທຸກ ຜູ່ຈໍາໜ່າຍຫວຍບາງລາຍ ທີ່ຫຼວງພະບາງ ແລະ ໄຊຍະບູລີ ຊັກຊ້າ ໃນການຈ່າຍເງິນລາງວັນ! ຝາກໃຫ້ ກະຊວງການເງິນ ກວດສອບແດ່!
ຜູ່ຈໍາໜ່າຍຫວຍບາງລາຍ ທີ່ຫຼວງພະບາງ ແລະ ໄຊຍະບູລີ ຊັກຊ້າ ໃນການຈ່າຍເງິນລາງວັນ! ຝາກໃຫ້ ກະຊວງການເງິນ ກວດສອບແດ່!
June 14, 2019 0
ສະບາຍດີ,
ຂ້າພະເຈົ້າ ຢາກສະເໜີ ບັນຫາ ເຖິງກະຊວງການເງິນ ຫຼື ພາກສ່ວນກ່ຽວຂ້ອງ ທີ່ອານຸຍາດ ໃຫ້ເອກະຊົນ ດຳເນີນທຸລະກິດ ຂາຍຫວຍ ທີ່ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ. ຂ້າພະເຈົ້າ ບໍ່ຂໍອອກຊື່ ວ່າແມ່ນ ສາຂາ ຫຼື ບໍລິສັດ ໃດທີ່ມີບັນຫາ ເພາະບໍ່ຢາກມີເລື່ອງ, ແຕ່ຢາກໃຫ້ ທາງໜ່ວຍງານ ທີ່ອານຸຍາດ ໄປກວດກາ ແລະ ສອບຖາມຄວາມຈິງ ຢູ່ ທັງສອງແຂວງນີ້ໄດ້ເລີຍ.
ເລື່ອງມີຢູ່ວ່າ, ຜູ່ທີ່ເຮັດທຸລະກິດ ຂາຍຫວຍ ແມ່ນ ບໍ່ມີປັນຍາ ຈ່າຍເວລາ ຖືກເລກ, ເພາະປົກກະຕິ ຄວນຈະມີຫຼັກຊັບ ແລະ ມີທຶນ ຢູ່ບັນຊີ ຖ້າມີຄົນຖືກເລກ ກໍ່ຕ້ອງ ຈ່າຍທັນທີ.
ພີ່ນ້ອງຂອງຂ້າພະເຈົ້າ ຖືກເລກ 4 ໂຕ, ເງິນລາງ ຮ້ອຍກວ່າລ້ານ, ພວກເຂົາບໍ່ຍອມໃຫ້ ບາດດຽວ, ແຕ່ຈ່າຍຍ່ອຍ ໃຫ້ເທື່ອລະ ສິບຊາວລ້ານ. ແລະ ໝູ່ຂ້ອຍ ບາງຄົນຖືກເລກ ປະມານ ຫ້າຫົກລ້ານ ໄປເອົາ ກໍ່ບໍ່ໄດ້. ເຊິ່ງວິທີການຈ່າຍເງິນ ທີ່ພວກເຂົາມັກເຮັດ ແມ່ນເອົາເງິນທີ່ຂາຍໄດ້ ໃນງວດ ຕໍ່ໄປ ມາຈ່າຍຜົນລາງວັນ ເທື່ອລະໜ້ອຍ. ເຊິ່ງເຫັນວ່າ ບໍ່ຖືກຕ້ອງ. ຜູ່ຖືກເລກ ເຂົາບໍ່ສົນໃຈ ຈະໄປຮັບຮູ້ ວ່າຜູ່ຂາຍຫວຍ ຈະມີບັນຫາຫຍັງ, ແຕ່ຖ້າຖືກເລກ ຕ້ອງຈ່າຍບາດ ດຽວຕາມລາງວັນທີ່ຖືກ. ຄັນບໍ່ມີປັນຍາ ກໍ່ຕ້ອງເຊົາເຮັດທຸລະກິດ.
ສະນັ້ນ, ຈິ່ງຮຽກຮ້ອງ ໃຫ້ໜ່ວຍງານຄຸ້ມຄອງ ເລື່ອງຫວຍພັດທະນາ ຈົ່ງໄປກວດສອບ, ແລະ ຖ້ານັກທຸລະກິດ ຜູ່ໃດ ບໍ່ມີປັນຍາ ຈະຈ່າຍຄ່າລາງວັນ ກໍ່ບໍ່ຄວນອານຸຍາດ ໃຫ້ເຮັດ.
ຂອບໃຈ
ຈາກປະຊາຊົນ ຜູ່ບໍ່ປະສົງອອກນາມ
--------------------------------
Subscribe to:
Post Comments
(
Atom
)

Post a Comment