ເຕືອນໄພໄຂ້ຍຸງ: ໄຊຍະບູລີ ພົບພະຍາດໄຂ້ຍຸງລາຍແລ້ວ 75 ກໍລະນີ ໃນ 3 ເມືອງ




ຜ່ານການຈັດຕັ້ງປະຕິບັດການເຝົ້າລະວັງ 17 ພະຍາດຕາມລະບົບເຝົ້າລະວັງຂອງສູນວິເຄາະລະບາດວິທະຍາປີ 2019 ຢູ່ແຂວງໄຊຍະບູລີ ສາມາດພົບ ກໍລະນີພະຍາດໄຂ້ຍຸງລາຍເປັນກໍລະນີທໍາອິດ 1 ກໍລະນີ, ຢູ່ບ້ານໂພນງາມ, ເມືອງປາກລາຍ ແຕ່ວັນທີ 11 ມິນາ 2019. ຕໍ່ກັບກໍລະນີດັ່ງກ່າວ, ພາກສ່ວນກ່ຽວ ຂ້ອງແມ່ນໄດ້ຕອບໂຕ້ສະກັດກັ້ນການລະບາດຢ່າງວ່ອງໄວ, ແຕ່ກໍ່ບໍ່ສາມາດສະກັດກັ້ນໄດ້. ມາຮອດປະຈຸບັນ, ການລະບາດຂອງພະຍາດໄຂ້ຍຸງລາຍໄດ້ກວມເອົາ 3 ເມືອງຄື: ເມືອງປາກລາຍ, ເມືອງ ໄຊຍະບູລີ ແລະ ເມືອງ ພຽງ, ມີ 18 ບ້ານ, 75 ກໍລະນີ, ໃນນັ້ນຍັງບໍ່ທັນມີກໍລະນີເສຍຊີວິດ.


ທ່ານຫມໍ ນາງ ຄໍາຜີວ ພູທອນສີ, ຫົວໜ້າພະແນກສາທາລະນະສຸກແຂວງ ໄຊຍະບູລີ ໄດ້ມີຄໍາເຫັນຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 13 ສະໄໝ ທີ VI ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019 ຜ່ານມານີ້ວ່າ: ຕໍ່ກັບສະພາບການແຜ່ລະບາດຂອງພະຍາດໄຂ້ຍຸງລາຍຢູ່ແຂວງ ໄຊຍະບູລີນັ້ນ, ທາງພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ຕອບໂຕ້ຢ່າງວ່ອງໄວ, ເປັນຕົ້ນແມ່ນໄດ້ສົ່ງທີມງານຂອງແຂວງ ແລະ ເມືອງລົງເກັບກໍາຂໍ້ມູນ, ລວມທັງໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບບ້ານ ເພື່ອກໍານົດແຜນຕອບໂຕ້, ແຈ້ງເຕືອນການລະບາດພາຍໃນບ້ານ ແລະ ເມືອງ, ລົງຕອບໂຕ້ການລະບາດຢູ່ບ້ານທີ່ມີການລະບາດໄຂ້ຍຸງລາຍເຊັ່ນ: ເຕົ້າໂຮມຊາວບ້ານເຮັດສຸຂະ ສືກສາ, ແຈ້ງການລະບາດໃຫ້ປະຊາຊົນຮັບຮູ້ ແລະ ໃຫ້ຄວາມຮູ້ກ່ຽວກັບໄຂຍຸງລາຍ, ໂດຍຜ່ານແຜນເຄື່ອນໄຫວພາຍໃນບ້ານ.

ພ້ອມນັ້ນ ຍັງໄດ້ຈັດການອົບຮົບວິທີການສໍາຫຼວດໜອນນໍ້າຍຸງລາຍ, ດໍາເນີນການສໍາຫຼວດໜອນນໍ້າຍຸງລາຍພາຍໃນບ້ານ, ເຮັດຂະບວນການອານາໄມ, ຂວໍ້າກະໂປະກະປ່ອງ, ທໍາລາຍແຫຼ່ງເພາະພັນຍຸງລາຍພາຍໃນເຮືອນ ແລະ ບ້ານ, ຜົ່ນຢາຂ້າຍຸງລາຍໂຕແກ່, ແຕ່ງຕັ້ງທີມງານແພດປິ່ນປົວລົງກວດສຸຂະພາບຜູ້ທີ່ມີອາການໄຂ້ ເພື່ອກັ່ນກອງຄົນເຈັບ, ປ້ອງກັນການລະບາດບໍ່ໃຫ້ຂະຫຍາຍຕົວລາມກວ້າງໄປຫາບ້ານໃກ້ຄຽງ ແລະ ບ້ານອື່ນໆໃນທົ່ວເມືອງ ແລະ ເມືອງອື່ນໆ ໃນທົ່ວແຂວງ,




ທັງລະດົມທົ່ວປວງຊົນທຸກພາກສ່ວນໃຫ້ເຂົ້າຮ່ວມຂະບວນການຕ້ານພະຍາດໄຂຍຸງລາຍຍ່າງເປັນຂະບວກວ້າງຂວາງ, ອອກຂ່າວວິທະຍຸ-ໂທລະພາບ, ແລະ ໂທລະໂຄ່ງບ້ານ ກ່ຽວກັບການໃຫ້ຄວາມຮູ້ໄຂ້ຍຸງລາຍ ແລະ ການປ້ອງກັນໄຂຍຸງລາຍ ດ້ວຍຄໍາຂວັນທີ່ວ່າ: “ບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂເລືອດອອກ”. ທ່ານຫມໍ ນາງ ຄໍາຜີວ ພູທອນສີ ຍັງໄດ້ກ່າວຕື່ມອີກວ່າ: ສາເຫດທີ່ເຮັດໃຫ້ເກີດການລະບາດແມ່ນຍ້ອນການເປັນເຈົ້າການຂອງຊຸມຊົນໃນການປະຕິບັດ '5 ປ' ຍັງບໍ່ທັນເປັນເຈົ້າການເທົ່າທີ່ຄວນ, ການອານາໄມບ້ານຊ່ອງເຮືອນຊານ, ຕາມຖະໜົນຫົນທາງ ກໍ່ຍັງເຮັດບໍ່ທັນໄດ້ດີ, ການທໍາລາຍໜອນນໍ້າຍັງລໍຖ້າແຕ່ສາທາລະ ນະສຸກລົງກວດ ແລະ ທໍາລາຍ, ຄວາມເປັນເຈົ້າການຂອງຄອບຄົວກໍ່ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
ໂດຍ: ອຸ່ນເຮືອນ ໂພທິລັກ


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes