Home ລັດຖະບານ ລັດຖະມົນຕີກະຊວງ ຖວທ ຊີ້ແຈງຂໍ້ຊັກຖາມແລະຄວາມເປັນຫ່ວງຂອງ ສະມາຊິກສະພາແຫ່ງຊາດ ກໍລະນີການສ້າງແຫ່ລງທ່ອງທ່ຽວຢູ່ແຕ່ລະແຂວງ
ລັດຖະມົນຕີກະຊວງ ຖວທ ຊີ້ແຈງຂໍ້ຊັກຖາມແລະຄວາມເປັນຫ່ວງຂອງ ສະມາຊິກສະພາແຫ່ງຊາດ ກໍລະນີການສ້າງແຫ່ລງທ່ອງທ່ຽວຢູ່ແຕ່ລະແຂວງ
June 15, 2019 0
ສະພາແຫ່ງຊາດ: ໂອກາດຊີ້ແຈງແລະໃຫ້ຄວາມກະຈ່າງແຈ້ງຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະ ພາແຫ່ງຊາດຊຸດທີ VIII ຢູ່ຫໍສະພາແຫ່ງຊາດຫລັກ 6 ນະຄອນ ຫລວງວຽງຈັນ ໃນວັນທີ 7 ມິຖຸນາ 2019ນີ້ ທ່ານ ບໍແສງຄໍາ ວົງດາລາລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຊີ້ແຈງກໍລະນີ ກະຊວງ ຖວທ ໄດ້ກຳນົດຈຸດສຸມ ພັດທະນາ ແຫລ່ງທ່ອງທ່ຽວ ໃຫ້ໄດ້ແຂວງລະ 5 ແຫ່ງ ຢູ່ໃນກອງປະຊຸມວຽກງານ ຖວທ ທົ່ວປະເທດ ເມື່ອຕົ້ນປີ 2019, ເຊິ່ງບັນດາ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານ ຖວທ ໄດ້ຕົກລົງ ເປັນເອກະພາບ ກັນວ່າ ຈະປະຕິບັດໄດ້ ເຊິ່ງບັນດາສາມະຊິກສະພາແຫ່ງຊາດ ມີຄວາມ ເປັນຫວງເປັນໄຍ ວ່າທຸກແຂວງໃນຂອບເຂດ ທົ່ວປະເທດ ຈະປະຕິບັດ ໄດ້ຕາມແຜນຫລືບໍ່.
ທ່ານ ບໍ່ແສງຄຳ ວົງດາລາ ໄດ້ໃຫ້ຄຳກະຈ່າງແຈ້ງ ຕໍ່ກອງປະຊຸມວ່າ: ເນື່ອງຈາກວ່າ ການກຳນົດ ຈຸດສຸມ ພັດທະນາແຫລ່ງທ່ອງທ່ຽວ ໃຫ້ໄດ້ແຂວງລະ 5 ແຫ່ງນັ້ນ ບໍ່ໄດ້ໝາຍຄວາມວ່າຈະສ້າງໃໝ່ໝົດ ແຕ່ຈະໄດ້ປັບປຸງບາງແຫ່ງທີ່ມີຢູ່ແລ້ວ ໃຫ້ເປັນແຫລ່ງທ່ອງທ່ຽວທີ່ດີ ສາມາດດຶງດູດນັກທ່ອງທ່ຽວ ໄດ້ຫລາຍຂຶ້ນ ເປັນຕົ້ນ ອາດຈະມີການຂະຫຍາຍເສັ້ນທາງ ໄປສູ່ສະຖານທີ່ທ່ອງທ່ຽວ, ປັບປຸງ ອາຄານສະຖານທີ່ ແລະ ສິ່ງອຳນວຍ ຄວາມສະດວກຕ່າງໆ ເພື່ອສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ ໄດ້ມາແລ້ວຄິດຢາກກັບມາທ່ຽວອີກ. ສ່ວນການສ້າງໃໝ່ນັ້ນ, ຈະອີງຕາມຄວາມສາມາດ ຕົວຈິງ ໃນແຕ່ລະແຂວງເທົ່າທີ່ສາມາດເຮັດໄດ້, ເຊິ່ງແນ່ນອນແລ້ວວ່າບາງແຂວງ ກໍຕ້ອງໄດ້ສູ້ຊົນຕື່ມ ເພື່ອໃຫ້ບັນລຸຕາມແຜນການ ແຕ່ບາງແຂວງ ກໍອາດຈະກາຍຕົວເລກທີ່ກຳນົດໄວ້ແລ້ວ.
ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ຍັງໄດ້ຮຽກຮ້ອງ ໃຫ້ສະມາຊິກສະພາແຫ່ງຊາດ ກໍຄື ສະມາຊິກສະພາ ະຊາຊົນຂັ້ນແຂວງ ຈົ່ງຊ່ວຍພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກໍຄື ອໍານາດການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້ໃນການຈັດຕັ້ງປະຕິບັດແຜນການດັ່ງກ່າວໃຫ້ບັນລຸ ຕາມຕົວເລກ ຄາດໝາຍ ທີ່ກຳນົດໄວ້
--------------------------------
Subscribe to:
Post Comments
(
Atom
)

Post a Comment