Home ຢາເສບຕິດ ສອງສ່ຽວ ອາຍຸພຽງ 19 ປີ ຂົນຢາບ້າ 116,000 ເມັດ ທີ່ເມືອງພະລານໄຊ
ສອງສ່ຽວ ອາຍຸພຽງ 19 ປີ ຂົນຢາບ້າ 116,000 ເມັດ ທີ່ເມືອງພະລານໄຊ
June 15, 2019 0
ປກສ: ເວລາ 15:00 ໂມງ ຂອງວັນທີ 9 ມິຖຸນາ 2019 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື: ທ້າວ ແຕງອ່ອນ ອາຍຸ 19 ປີ, ອາຊີບເຮັດນາ ແລະ ທ້າວ ຄຳພອງ ອາຍຸ 19 ປີ, ອາຊີບເຮັດນາ, ທັງສອງຄົນແມ່ນຢູ່ບ້ານສະໜູນໄຊ ເມືອງພະລານໄຊ ແຂວງສະຫວັນນະເຂດ ພ້ອມຢຶດຂອງກາງຢາເສບຕິດ (ຢາບ້າ) ຈຳນວນ 58 ມັດ, ເທົ່າກັບ 1,16 ແສນເມັດ, ລົດຈັກ 3 ຄັນ ແລະໂທລະສັບ 1 ໜ່ວຍ.
ຜ່ານການສຶບສວນ-ສອບສວນເບື້ອງຕົ້ນພວກກ່ຽວໃຫ້ການຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຮັບມາຈາກຜູ້ທີ່ຮ່ວມຂະບວນການຢູ່ບ້ານດຽວ ກັນເພື່ອເອົາໄປສົ່ງຂາຍໃຫ້ເຖົ້າແກ່ທີ່ສັງຊື້, ບໍ່ຮູ້ລາຄາ, ຖ້າຫາກສົ່ງຂາຍສຳເລັດຈະໄດ້ຮັບຄ່າຈ້າງຜູ້ລະປະມານ 5 ແສນກີບ, ສ່ວນເຈົ້າຂອງຢາບ້າແມ່ນຫຼົບໜີໄດ້ທັນ, ປະຈຸບັນທາງເຈົ້າໜ້າທີ່ຍັງສືບຕໍ່ຫາຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.
ທີ່ມາ: ພາບ ແລະ ຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ
--------------------------------
Subscribe to:
Post Comments
(
Atom
)


Post a Comment