ຄົບກໍານົດເວລາ 1 ເດືອນແລ້ວ​! ທີ່ບໍລິສັດເບຍລາວຈະແກ້ໄຂ ການໂຄສະນາ ສິນຄ້າທາດເຫຼົ້າ ໃຫ້ຖືກລະບຽບການ



ຈາກການສະເໜີ ຂອງບໍລິສັດ ເບຍລາຍ ໃນວັນທີ 15 ພຶດສະພາ 2019 ຜ່ານມາ, ກໍ່ຄົບກໍານົດ ທີ່ທາງບໍລິສັດ ຂໍເວລາ 1 ເດືອນ ເພື່ອປັບປຸງແກ້ໄຂ ຮູບແບບການໂຄສະນາ, ລວມເຖິງ ສາວເຊຍເບຍ. ເພື່ອໃຫ້ສອດຄ່ອງກັບ ລະບຽບກົດໝາຍຂອງບ້ານເມືອງ ໂດຍສະເພາະ ການປະຕິບັດ ຕາມແຈ້ງການ ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ບໍລິສັດ ເບຍລາວ, ໃນວັນທີ 15 ພຶດສະພາ 2019 ອໍານວຍການບໍລິສັດ ເບຍລາຍ ທ່ານ ສູນທອນ ສິຣິສັກ ແຈ້ງໃບສະເໜີ ເລກທີ 0864 ລົງວັນທີ 15 ພຶດສະພາ 2019 ເຖິງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ແລະ ລັດຖະມົນຕີ ກະຊວງສາທາລະນະສຸກ.

ໂດຍເນື້ອໃນຂອງໃບສະເໜີ ແມ່ນມີ 3 ປະເດັນຫຼັກ ຄື

1. ບໍລິສັດ ເບຍລາວ ຈະຢຸດຕິການໂຄສະນາເບຍ ໃນປ້າຍໂຄສະນາໃຫຍ່ ທຸກແຫ່ງ ຈົນກວ່າຈະມີ ລະບຽບການໂຄສະນາເຄື່ອງດຶ່ມທີ່ມີທາດເຫຼົ້າ ທີ່ຊັດເຈນ

2. ບໍລິສັດ ເບຍລາວ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນ 1​ ເດືອນ, ລວມເຖິງການປະເມີນເສດຖະກິດ ທີ່ສົ່ງຜົນກະທົບຕໍ່ອຸດສາຫະກໍາການຄ້າຍ່ອຍ,  ການທ່ອງທ່ຽວ, ການຈ້າງງານ, ແລະ ການມອບພັນທະໃຫ້ ລັດຖະບານ ສປປລາວ. ແລ້ວ ນໍາສະເໜີ ແກ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງວ ກະຊວງສາທາລະນະສຸກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ

3. ບໍລິສັດ ເບຍລາວ ຂໍສະເໜີ ຈັດກອງປະຊຸມຮ່ວມ ກັບກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ,  ກະຊວງສາທາລະນະສຸກ ແລະ ກະຊວງການເງິນ ເພື່ອນໍາສະເໜີ ຜົນການວິໄຈ ແລະ ກໍລະນີຕົວຢ່າງຈາກປະເທດຕ່າງ ໃນທົ່ວໂລກ ລວມທັງປະເທດເພື່ອນບ້ານຂອງລາວ ໃນອາຊີຕາເວັນອອກສ່ຽງໃຕ້ ໂດຍອີງໃສ່ປະສົບການອັນຍາວນານ ມາຫຼາຍປີ ຂອງກຸ່ມບໍລິສັດ ຄາສເບີກ ພ້ອມທັງຂໍ້ແນະນໍາ ແລະ ການສຶກສາ ໂດຍໜ່ວຍງານອິດສະຫຼະຂອງສາກົນ.

ພ້ອມທັງສະເໜີ ໃຫ້ມີການປະຊຸມ ໃນວັນທີ 26 ມິຖຸນາ 2019.


ຈົດໝາຍສະເໜີ ຈາກ ບໍລິສັດ ເບຍລາວ







ແຈ້ງການ ໃຫ້ຢຸດຕິການໂຄສະນາ



ຄລິບຂ່າວຈາກ ຂປລ





--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes