Home ຢາເສບຕິດ ສຸດສະຫຍອງ! ເມົາຢາບ້າ ຟັນຄົນອື່ນ ຈົນແຂນຂາດ, ແລະ ເສຍຊີວິດ ທີ່ເມືອງແກ່ນທ້າວ
ສຸດສະຫຍອງ! ເມົາຢາບ້າ ຟັນຄົນອື່ນ ຈົນແຂນຂາດ, ແລະ ເສຍຊີວິດ ທີ່ເມືອງແກ່ນທ້າວ
June 16, 2019 0
ໄຊຍະບູລີ: ເກີດເຫດສຸດສະຫຍອງຂວັນ ກັບເລື່ອງຢາເສບຕິດ ເມື່ອມີເຫດ ທໍາຮ້າຍຮ່າງກາຍ ເກີດເຫດທີ່ບ້ານຫ້ວຍບູຮາ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ, ຄົນເມົາຢາບ້າເອົາພ້າຟັນປະຊາຊົນແຂນຂາດ ແລະ ກໍ່ຟັນທາງຫລັງອີກອາການສາຫັດໃນມື້ວັນທີ່ 15 ມິຖຸນາ 2019 ເວລາ 12 ໂມງ
ຂໍ້ມູນໃຫ້ຮູ້ວ່າ ຜູ້ຟັນແມ່ນລຸງໄພເລີຍ ອາຍຸປະມານ 50 ກວ່າ ປີ (ໄດ້ເອົາຕົວຫຼົບໜີ) ເຈົ້າໜ້າທີ່ກໍາລັງຕາມຈັບຕົວ, ສ່ວນຜູ້ຖືກຟັນ ແມ່ນລຸງສົມເພັດ ອາຍຸປະມານ 60 ກວ່າປີ ຊາວບ້ານ ບ້ານາຫ້ວຍບູຮາ.
ປະຊາຊົນບອກວ່າ: ລຸງໄພເລີຍ ເມົາຢາບ້າໄດ້ເອົາພ້າຟັນຫລັງແລະແຂນລຸງສົມເພັດຈົນແຂນຂາດ, ແລ້ວລົບຫນີ້ຊາວບ້ານໄດ້ເອົາຜູ້ເຈັບໄປປິນປົ່ວຢູ່ ຈັງຫວັດອຸດຕຣະດິດ ປະເທດໄທ, ຜູ້ຮ້າຍຕຳຫລວດທະຫານກຳລັງຕາມຈັບຢູ່ຄາດວ່າຈະໄດ້ຕົວໄວໆນີ້.
ຍ້ອນອາການເຈັບສາຫັດ, ຜູ່ຖືກຟັນ ແມ່ນເສຍຊີວິດ ແລ້ວ ໃນວັນທີ 16 ມິຖຸນາ 2019. ເຊິ່ງທາງຍາດພີ່ນ້ອງໄດ້ນໍາສົມກັບມາ ຊາປະນະກິດ ຕາມປະເພນີ.
ຂໍໃຫ້ເຈົ້າໜ້າທີ່ຕາມຈັບຄົນຮ້າຍມາລົງໂທດໄວໆ
--------------------------------
Subscribe to:
Post Comments
(
Atom
)






Post a Comment