ຊົມເຊີຍ! ນັກແຂ່ງລົດດີບ ລາວ ຄວ້າ ແຊັ້ມ ປະເພດ C ລາຍການ Underground Drift 2019 ທີ່ ຂອນແກ່ນ



ເປັນອີກຂ່າວໜ້າຊື່ນຊົມ ກັບຜົນງານຂອງ ທ້າວ ສອນເທບ ພົມມະເທບ (ເຊີ້ນ ສປປລາວ) ນັກແຂ່ງຄົນທໍາອິດ ແລະ ຄົນດຽວ ຂອງປະເທດລາວ ໄດ້ມີການເຂົ້າຮ່ວມການແຂ່ງລົດດີບລະດັບປະເທດໄທ ເຊິ່ງໄດ້ມີຫລາຍປະເທດເຂົ້າຮ່ວມໃນການແຂ່ງຄັ້ງນີ້ ລະຫວ່າງວັນທີ 14-16 ມິຖຸນາ 2019 ທີ່ສະຫນາມອູ້ຟູ້ ຂອນແກ່ນ ປະເທດໄທ



ຖືວ່າເປັນຕົວແທນຂອງປະເທດລາວ ເຊິ່ງໄດ້ເຮັດໃຫ້ຫລາຍໆຄົນຮັບຮູ້ວ່າຄົນລາວກໍ່ມີຄວາມສາມາດບໍ່ແພ້ໃຜແນ່ນອນ.

ການເຂົ້າຮ່ວມໃນການແຂ່ງຂັນ ຄັ້ງນີ້ທີ່ ສະໜາມແຂ່ງລົດທີ່ ຂອນແກ່ນ ສະຫນາມ ອູ່ຟູຂອນແກ່ນຂອງປະເທດໄທ ງານ Underground Drift ສະໜາມ 2 ເຊິ່ງຄັ້ງນີ້ເພິ່ນໄດ້ລົງຢູ່ສາມຄາດ ຄື ຄາດ A . B . C ແລະເພິ່ນກໍ່ຄວ້າລາງວັນ ທີ 1 ຂອງຄາດ C ມາໄດ້ ແລະ ທີ 4 ຂອງ ຄາດ B



ລົດລວມທັງຫມົດປະມານ 36-40 ຄັນທີ່ໄດ້ເຂົ້າຮ່ວມແລະມີຫລາຍປະເທດໄດ້ເຂົ້າຮ່ວມ
ທີ່ຜ່ານມາເພິ່ນກໍ່ເຄີຍໄດ້ລາງວັນມາແລ້ວ 2-3ລາງວັນ ແລະ ເພິນກໍ່ຢາກເຊີນຊວນໜູ່ເພື່ອນທີ່ມີໃຈມັກເລື້ອງລົດດີບ ເຂົ້າຮ່ວມໃນການແຂ່ງຂັນຄັ້ງຕໍ່ໄປເພື່ອໃຫ້ ປະເທດລາວໄດ້ມີໜ້າມີຕາເຂົ້າຮ່ວມ ແລະ ຫາຢາກສະປອນເຊີຈາກຜູ້ໃຫຍ່ໃນປະເທດລາວ ເພຶ່ອສົ່ງເສີມການສ້າງການພັດທະນາຝີມື ໃນຄັ້ງຕໍ່ໄປ



ຊົມຄລິບ









--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes