Home ການສຶກສາ ກາແດງລາວຈັດອົບຮົມການຂຽນບົດສະເໜີ ແລະການວາງແຜນໂຄງການ
ກາແດງລາວຈັດອົບຮົມການຂຽນບົດສະເໜີ ແລະການວາງແຜນໂຄງການ
June 24, 2019 0
ໃນລະຫວ່າງວັນທີ 24-27 ມີຖຸນາ 2019 ນີ້ ອົງການກາແດງລາວໄດ້ຈັດຊຸດອົບຮົມການຂຽນບົດສະເໜີ ແລະການວາງແຜນໂຄງການໃຫ້ກັບພະນັກງານມາຈາກກາແດງລາວ, ກາແດງແຂວງບໍລິຄຳໄຊ, ກາແດງແຂວງຊຽງຂວາງ, ກາແດງແຂວງຫົວພັນ ແລະ ກາແດງແຂວງວຽງຈັນເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ ຍິງ 11ທ່ານ ໂດຍການເປັນປະທານຂອງທ່ານ ຮສຈ.ດຣ.ສິງ ເມໂນລາດ ຮອງປະທານອົງການກາແດງລາວ ມີນັກວິທະຍາກອນມາຈາກ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ(ifrc) ຈຸດປະສົງຂອງການຈັດຊຸດອົບຮົມໃນຄັ້ງນີ້- ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ອົງການກາແດງລາວ ໃນການຂຽນບົດສະເໜີໂຄງການ ແລະ ການວາງແຜນການ ປະຕິບັດໂຄງການ.
- ເພື່ອສ້າງເງື່ອນໄຂ ໃຫ້ແກ່ພະນັກງານ ອົງການກາແດງລາວ ສາມາດຂຽນບົດສະເໜີໂຄງການ ເພື່ອຂໍງົບປະມານ ຈາກພາກສ່ວນຕ່າງໆ ເພື່ອມາຈັດຕັ້ງປະຕິບັດວຽກງານກາແດງລາວ ໃນອານາຄົດ.
- ເພື່ອເຮັດໃຫ້ການປະຕິບັດວຽກງານກາແດງລາວ ມີຄວາມຄ່ອງຕົວຍິ່ງຂຶ້ນພາຍຫຼັງຜ່ານການຝຶກອົບຮົມທີ່ກ່າວມາຂ້າງເທິງນີ້ແລ້ວ ຈະເຮັດໃຫ້ພະນັກງານ-ວິຊາການ ອົງການກາແດງລາວ- ອົງການກາແດງແຂວງ ໄດ້ພັດທະນາຄວາມຮູ້ຄວາມສາມດຂອງຕົນ ເປັນຕົ້ນແມ່ນ:
- ຈະສາມາດກຳນົດອົງປະກອບຂອງບົດສະເໜີໂຄງການ, ວາງແຜນການ ແລະ ອອກແບບການຈັດຕັ້ງປະຕິບັດໂຄງການ ໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ.
- ສາມາດຂຽນບົດສະເໜີໂຄງການໄດ້ດີ, ມີປະສິດທິພາບ ແລະ ດຶງດູດຜູ້ໃຫ້ທຶນໄດ້ດີຍິງຂຶ້ນ ເພື່ອສາມາດ ດຶງດູດເອົາການຊ່ວຍເຫຼືອ, ການຮ່ວມມື ໄດ້ຫຼາຍຍິ່ງຂຶ້ນ.
--------------------------------
Subscribe to:
Post Comments
(
Atom
)




Post a Comment