Home ຢາເສບຕິດ ພໍ່ຕູ້ຖືກຄົນເມົາຢາບ້າ ຟັນຈົນມືຂາດ ທີ່ເມືອງແກ່ນທ້າວາ ຍັງບໍ່ຕາຍ
ພໍ່ຕູ້ຖືກຄົນເມົາຢາບ້າ ຟັນຈົນມືຂາດ ທີ່ເມືອງແກ່ນທ້າວາ ຍັງບໍ່ຕາຍ
June 24, 2019 0
ຈາກເຫດການ ສຸດສະຫຍອງຂວັນ ກັບເລື່ອງຢາເສບຕິດ ເມື່ອມີເຫດ ທໍາຮ້າຍຮ່າງກາຍ ເກີດເຫດທີ່ບ້ານຫ້ວຍບູຮາ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ, ຄົນເມົາຢາບ້າເອົາພ້າຟັນປະຊາຊົນແຂນຂາດ ແລະ ກໍ່ຟັນທາງຫລັງອີກອາການສາຫັດໃນມື້ວັນທີ່ 15 ມິຖຸນາ 2019 ເວລາ 12 ໂມງ
ຂໍ້ມູນໃຫ້ຮູ້ວ່າ ຜູ້ຟັນແມ່ນລຸງໄພເລີຍ ອາຍຸປະມານ 50 ກວ່າ ປີ (ໄດ້ເອົາຕົວຫຼົບໜີ) ເຈົ້າໜ້າທີ່ກໍາລັງຕາມຈັບຕົວ, ສ່ວນຜູ້ຖືກຟັນ ແມ່ນລຸງສົມເພັດ ອາຍຸປະມານ 60 ກວ່າປີ ຊາວບ້ານ ບ້ານາຫ້ວຍບູຮາ.
ປະຊາຊົນບອກວ່າ: ລຸງໄພເລີຍ ເມົາຢາບ້າໄດ້ເອົາພ້າຟັນຫລັງແລະແຂນລຸງສົມເພັດຈົນແຂນຂາດ, ແລ້ວລົບຫນີ້ຊາວບ້ານໄດ້ເອົາຜູ້ເຈັບໄປປິນປົ່ວຢູ່ ຈັງຫວັດອຸດຕຣະດິດ ປະເທດໄທ, ຜູ້ຮ້າຍຕຳຫລວດທະຫານກຳລັງຕາມຈັບຢູ່ຄາດວ່າຈະໄດ້ຕົວໄວໆນີ້.
ຂ່າວກ່ອນໜ້ານີ້ ແຈ້ງວ່າ ພໍ່ຕູ້ ເສຍຊີວິດນັ້ນ ແມ່ນບໍ່ຖືກຕ້ອງ ເພາະພໍ່ເຖົ້າແມ່ນ ລອດຊີວິດ, ເປັນການປ່ອຍຂ່າວ ເພື່ອຈັບ ຄົນກໍ່ເຫດ.
ຫຼ້າສຸດ ວັນທີ 24 ມິຖຸນາ 2019, Yee KhamSaen ໄດ້ໂພດແຈ້ງໃຫ້ຊາບວ່າ: ຂໍແກ້ຂ່າວໃຫ້ພໍ່ຕູ້ສົມເພັດ(ທ້າວເຕີ)ອາຍຸ80ປີ ບ້ານຫ້ວຍບູຮາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ທີຖືກຄາດຕະກຳ ວັນທີ່15/6/2019 ຍ້ອນຖືກຄົນເມົາຢາບ້າເອົາພ້າຟັນ ຖືກແຂນເບື້ອງຊ້າຍກຸດ ມີບາດແຜທາງຫລັງແລະຫົວ ໄປປິ່ນປົວຢູ່ປະເທດໄທ ທີ່ມີຂ່າວລືວ່າເສຍຊີວິດ(ຍັງມີຊີວິດຢູ່ເດີ) ຕອນເຊົ້າວັນທີ່24/6/2019 ໄດ້ມາລ້າງບາດຢູ່ໂຮງຫມໍນ້ອຍບວມເລົາ-ຜາແກ້ວ ພໍ່ຕູ້ຍັງແຂງແຮງດີ "ຂໍອະນຸຍາດຈາກຜູ້ກ່ຽວແລ້ວ" ຂໍໃຫ້ພໍ່ຕູ້ດີໄວໆເດີ
--------------------------------
Subscribe to:
Post Comments
(
Atom
)







Post a Comment