Home ລັກຊັບ ສຸດລະທຶກ! ໄລລ່າຈັບໂຈນທີ່ຈີ້ເອົາລົດກະບະແລ້ວຫຼົບໜີ ຕອນບ່າຍວັນທີ 25/5/2019 ທີ່ສະຫວັນນະເຂດ
ສຸດລະທຶກ! ໄລລ່າຈັບໂຈນທີ່ຈີ້ເອົາລົດກະບະແລ້ວຫຼົບໜີ ຕອນບ່າຍວັນທີ 25/5/2019 ທີ່ສະຫວັນນະເຂດ
May 25, 2019 1
ສະຫວັນນະເຂດ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນບ່າຍ ວັນທີ 25 ພຶດສະພາ 2019 ເກີດເຫດ ໂຈນຈີ້ເອົາລົດລົດກະບະ ວີໂກ້ສີປອນທອງ ທະບຽນ ກ.ລ 9126 ສະຫວັນນະເຂດ. ລົດແມ່ນລົດຂອງນາງກີ້ ຢູ່ເຊໂນ ທີ່ໄປດອງບ້ານໝູ່ ແລ້ວ ໝູ່ຂອງລາວຢືມໄປຮັບລູກ. ຂະນະທີ່ຜູ່ຂັບລົດຈອດເພື່ອຖ້າຮັບເອົາລູກ ໄດ້ມີຄົນຮ້າຍເຂົ້າມາຈີ້ເອົາລົດ. ຫຼັງຈາກນັ້ນຄົນຮ້າຍ ໄດ້ຂີ່ ໄປທາງບ້ານໂພນຢານາງ, ເມືອງອຸທຸມພອນ ແຂວງສະຫວັນນະເຂດ.
ຜູ່ເສຍຫາຍ ຈິ່ງໄດ້ປະສານງານກັບທາງເຈົ້າໜ້າທີ່ ແລະ ດັກສະກັດ, ສາມາດຕາມຈັບໄດ້ ທີ່ເຂດ ໜອງຝາຍ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ໂຈນທີ່ລັກ ເປັນຄົນ ຫລັກ 26 ບ້ານນາທາດ.
ຊົມເຊີຍ ເຈົ້າໜ້າທີ່ ທີ່ປະຕິບັດການຢ່າງວ່ອງໄວ ແລະ ສາມາດຈັບໂຈນໄດ້ກັບມື້.
ລາຍງານໂດຍ: ເຈນນີ ພູມມາ
Subscribe to:
Post Comments
(
Atom
)





ບ້ານເຮົາດຽວນີ້ ແນວນີ້ກໍມີແລ້ວຫລື ?
ReplyDelete