Home ໄພສັງຄົມ ຢ່າໃຈຮ້ອນ! ຕ້ອງໃຊ້ເຫດແລະຜົນ (ຄລິບເຕືອນສະຕິ) ຄົນຂັບລົດເກງ ລົງມາຖີບລົດຈັກ
ຢ່າໃຈຮ້ອນ! ຕ້ອງໃຊ້ເຫດແລະຜົນ (ຄລິບເຕືອນສະຕິ) ຄົນຂັບລົດເກງ ລົງມາຖີບລົດຈັກ
June 23, 2019 1
ການຂັບຂີ່ລົດ ຢູ່ທ້ອງຖະໜົນ ສໍາຄັນທີ່ສຸດ ຄືຕ້ອງມີສະຕິ, ນັບຖືກົດຈາລະຈອນ ແລະ ໃຫ້ກຽດເຊິ່ງກັນແລະກັນ. ຖ້າໃຜອາລົມຮ້ອນ ກໍ່ຕ້ອງລະມັດລະວັງ ແລະ ຕ້ອງຄວບຄຸມ ໃຫ້ດີ ເພື່ອບໍ່ໃຫ້ຕັດສິນໃຈ ເຮັດຫຍັງລົງໄປ ແລ້ວອາດສົ່ງຜົນລົບຕໍ່ ຕົນເອງ ແລະ ຄົນອ້ອມຂ້າງ.
ເຫດການນີ້ເກີດຂຶ້ນ ເວລາປະມານ 21:00 ວັນທີ 23 ມິຖຸນາ 2019 ເຂດບ້ານວຽງຈະເລີນ ຫນ້າຮ້ານອາຫານ ສະກາຍໄລ້. ຜູ່ຂັບລົດໃຫຍ່ໄດ້ຈອດລົດກະທັນຫັນ ແລ້ວ ໄຂຕູລົງມາ ໂດດຖີບລົດຈັກ. ຈາກນັ້ນ, ເມຍຂອງລົດເກງໄດ້ ໄຂປະຕູ ອູ້ມລູກອອກມາ ຫ້າມດຶງໄວ້. ສ່ວນຄົນຂັບລົດຈັກ ກໍ່ບໍ່ໄດ້ ຕອບໂຕຫຍັງ.
ສ່ວນສາເຫດ ທີ່ເຮັດໃຫ້ ຄົນຂັບລົດເກງໂມໂຫ ຈົນເຖິງຂັ້ນລົງມື ທໍາຮ້າຍຮ່າງກາຍລົດຈັກ ນັ້ນ ແມ່ນບໍ່ຊັດເຈັນ. ອາດຈະເປັນຍ້ອນ ລົດຈັກຕັດໜ້າລົດໃຫຍ່ບໍ່? ຫຼື ແນວໃດ?
ແຕ່ສິ່ງທີ່ ເຈົ້າຂອງລົດເກງຄວນຄໍານຶງທີ່ສຸດ ຄືຢ່າໃຈຮ້ອນ ທັງໆ ທີ່ມີລູກ ແລະ ລູກນ້ອຍ ຂີ່ມານໍາ. ເພາະອາຈະເກີດເຫດຮ້າຍໄປກວ່ານີ້.
ດັ່ງນັ້ນ, ຈິ່ງໃຫ້ທຸກຄົນ ຈົ່ງມີສະຕິ ແລະ ໃຫ້ກຽດເຊິ່ງກັນແລະກັນ. ຄົນລາວ ເປັນຄົນມີນໍ້າໃຈ ຄວນຈະໂອ້ລົມກັນ ດ້ວຍສັນຕິວິທີ. ສະຕິປັນຍາແລະສັນຕິ ມີພະລັງຫຼາຍກວ່າ ຄວາມຮຸນແຮງ
--------------------------------
Subscribe to:
Post Comments
(
Atom
)

looks like Saturday night
ReplyDelete